|
|
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
|
ຜູ້ນຳເຮົາຊົມເຊີຍຜູ້ນຳ ສປ.ຈີນ ວັນທີ 26 ກັນຍາ 2008, ສະຫາຍ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ຮູຈີນເທົາ, ປະທານປະເທດແຫ່ງ ສປ.ຈີນ ແລະ ສະຫາຍ ເວີນເຈຍປາວ ນາຍົກລັດຖະມົນຕີແຫ່ງ ສປ.ຈີນ, ທີ່ນະຄອນຫລວງປັກກິ່ງ ເຊິ່ງມີເນື້ອໃນວ່າ: ພວກຂ້າພະເຈົ້າໄດ່້ຮັບຂ່າວວ່າ: ໃນຕອນຄ່ຳຂອງວັນທີ 25 ກັນຍາ 2008 ນີ້, ສປ.ຈີນ ໄດ້ສົ່ງຍານອາວະກາດເສິນໂຈ່ ໝາຍເລກ 7 ຂຶ້ນສູ່ອາວະກາດດ້ວຍຄວາມສຳເລັດ ສວຍງາມອັນປະຈັກຕາ ແລະ ສ້າງຄວາມປະທັບໃຈຕໍ່ປະຊາຊົນໃນທົ່ວໂລກ. ໃນນາມລັດຖະບານ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ, ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງ ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງຢ່າງສຸດອົກສຸດໃຈ. |
|
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |