|
|
|
ໂທລະເລກເສົ້າສະຫລົດໃຈ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ລັດຖະບານແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງໂທລະເລກເສົ້າສະຫລົດໃຈເຖິງ ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານແຫ່ງ ສປປ ລາວ ທີ່ນະຄອນຫລວງວຽງຈັນ ເຊິ່ງມີເນື້ອໃນຂຽນວ່າ: ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຮູ້ສຶກສະເທືອນໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ເມື່ອໄດ້ຮັບຂ່າວວ່າ ສະຫາຍຄຳຜຸຍ ແກ້ວບົວລະພາ, ອະດີດກຳມະການກົມການເມືອງຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ, ອະດີດລັດຖະມົນຕີວ່າການກະຊວງການເງິນ, ອະດີດລັດຖະມົນຕີກະຊວງການຄ້າ ແລະ ການທ່ອງທ່ຽວ, ອະດີດຮອງປະທານຄະນະກຳມະການກວດກາສູນກາງພັກ, ອະດີດເລຂາພັກແຂວງ, ອະດີດເຈົ້າແຂວງ ແຂວງຈຳປາສັກ, ອະດີດເລຂາພັກແຂວງແຂວງສາລະວັນ ໄດ້ເຖິງແກ່ມໍລະນະກຳ. ສະຫາຍ ຄຳຜຸຍ ແກ້ວບົວລະພາ ເປັນເພື່ອນມິດທີ່ສະໜິດສະໜົມຂອງປະຊາຊົນຫວຽດນາມ, ໄດ້ປະກອບສ່ວນຢ່າງຫລວງຫລາຍເຂົ້າໃນວຽກງານການກໍ່ສ້າງ, ປັບປຸງ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ. ການຈາກໄປຂອງສະຫາຍ ຄຳຜຸຍ ແກ້ວບົວລະພາ ແມ່ນການສູນເສຍອັນໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພ້ອມກັນນັ້ນກໍ່ເປັນການໂສກເສົ້າຢ່າງສຸດ ຊຶ້ງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ຂໍແບ່ງເບົາຄວາມໂສກເສົ້າອັນສຸດຊຶ້ງມາຍັງຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານແຫ່ງ ສປປ ລາວ ແລະ ຄອບຄົວສະຫາຍ ຄຳຜຸຍ ແກ້ວບົວລະພາ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |