ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ລັດຖະບານລາວ  ​ແລະ ທະນາຄານໂລກໄດ້ຈັດຊຸດສຳມະນາປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວິກິດການການເງິນໂລກ

    ໃນວັນທີ 27 ມີຖຸນາ 2009, ທີ່ໂຮງແຮມລາວພລາຊາ, ລັດຖະບານລາວ  ​ແລະ ທະນາຄານໂລກໄດ້ຈັດຊຸດສຳມະນາປຶກສາ ຫາລືແລກປ່ຽນບົດຮຽນກ່ຽວກັບວິກິດການການເງິນໂລກຂຶ້ນ, ​ໂດຍການເປັນປະທານຂອງ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະ ມົນຕີແຫ່ງ ສປປ ລາວ, ນອກນັ້ນຍັງມີ ທ່ານ ດຣ. ຈັດສະຕິ ຍີຟູລິນ, ຮອງປະທານອາວຸໂສ, ຫົວໜ້າ​ຊ່ຽວຊານເສດຖະກິດ ຂອງທະນາຄານໂລກ, ບັນດາລັດຖະມົນຕີວ່າການກະຊວງ, ອົງການທີ່ກ່ຽວຂ້ອງ, ພ້ອມ​ດ້ວຍ​ບັນດາ​ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ ປະຈຳລາວແລະ ພະນັກງານທີ່ກ່ຽວຂ້ອງ ຈາກທະ ນະຄານໂລກແລະ ລັດ ຖະບານເຂົ້າຮ່ວມ.

    ​ໃນການສຳມະນາຄັ້ງນີ້, ທ່ານ ດຣ. ຈັດສະຕິ ຍີຟູລິນ ໄດ້ສະເໜີກ່ຽວກັບວິກິດການເງິນໂລກຕໍ່ທ່ານນາຍົກລັດຖະມົນຕີແລະແລກປ່ຽນບົດຮຽນກັບລັດຖະບານ ກ່ຽວກັບເຄື່ອງມືຕ່າງໆ, ຊຶ່ງປະເທດທີ່ມີຄວາມຫຍຸ້ງຍາກທາງດ້ານການເງິ ສາມາດນຳໃຊ້ເພື່ອຮັບມື ກັບວິກິດການດັ່ງກ່າວ, ​ໂດຍສະເພາະກ່ຽວກັບຜົນກະທົບຈາກວິກິດການ ການເງິນໂລກ ຕໍ່ການຫຼຸດຜ່ອນຄວາມທຸກຍາກ, ພ້ອມທັງແນະ ນຳວິທີທາງທີ່ດີທີ່ສຸດໃນການຮັບມືກັບຜົນກະທົບດັ່ງ ກ່າວ. ນອກນີ້ ທ່ານ ຍັງໄດ້ສະເໜີທາງເລືອກຕ່າງໆ ວ່າດ້ວຍການກູ້ຍືມໃຫ້ແກ່ ປະເທດທີ່ຄ້າຍຄືກັບ ສປປ ລາວ ທີ່ເຄີຍໄດ້ຮັບຜົນກະທົບແລະເຮັດສຳເລັດມາແລ້ວ, ​ເພື່ອນຳມາເປັນບົດຮຽນໃນການແລກປ່ຽນ ຄວາມຄິດຄວາມເຫັນ. ພ້ອມນີ້ ທ່ານຍັງໄດ້ສະແດງວິໄສທັດປີ 2020 ກ່ຽວກັບຊັບພະຍາກອນທຳມະຊາດແລະ ການເຕີບໂຕທາງເສດ ຖະກິດ, ລວມທັງໄດ້ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບວິໄສທັດປີ 2020 ຂອງລັດຖະບານລາວ ວ່າດ້ວຍການພັດທະນາ, ຊຶ່ງລັດ ຖະບານລາວໄດ້ວາງເປົ້າໝາຍທີ່ຈະຫລຸດພົ້ນຈາກປະເທດດ້ອຍພັດທະນາໂດຜ່ານການພັດ ທະນາພາກເອກະຊົນໃຫ້ມີຄວາມຫຼາກ ຫຼາຍ, ສົ່ງເສີມການສົ່ງອອກແລະ ສຸມໃສ່ວຽກງານຫຼຸດຜ່ອນຄວາມທຸກຍາກ.

      

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la