|
|
ສານຊົມເຊີຍຜູ້ນຳສປປເກົາຫລີ
ວັນທີ 24 ມິຖຸນາ 2009 ນີ້ ພະນະທ່ານ ບົວສອນ ບຸບຜາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສົ່ງສານຊົມ ເຊີຍເຖິງສະຫາຍ ກິມຢົງອິນ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ທີ່ນະຄອນຫລວງ ພຽງຢາງ, ເນື່ອງໃນໂອກາດຄົບຮອບ 35 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ, ຊຶ່ງ ມີເນື່ອງໃນດັ່ງນີ້: “ໃນນາມລັດຖະບານແຫ່ງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າກໍ່ຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມ ຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງປະຊາຊົນເກົາຫລີອ້າຍນ້ອງທຸກຖ້ວນຫນ້າ ຈົ່ງປະສົບຜົນສຳເລັດໃຫມ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຂ້າພະເຈົ້າ ຮູ້ສຶກປະຕີຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າຕະຫລອດໄລຍະ 35 ປີຜ່ານມາ, ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດພວກເຮົາທີ່ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍສະ ຫາຍປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍປະທານ ກິມອິນຊຸງ, ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນເກົາຫລີນັ້ນ, ໄດ້ຮັບການເພີ່ມທະວີຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນພາລະກິດສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາໃນພາກພື້ນ ແລະ ໃນໂລກ. ຂໍອວຍພອນໃຫ້ສະຫາຍຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນຫນ້າທີ່ອັນສູງສົ່ງຂອງຕົນ.”
ໃນໂອກາດດຽວກັນ ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງ ປະເທດແຫ່ງ ສປປ ລາວ ກໍ່ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ປັກອຸຍຈຸນ ລັດຖະມົນຕີວ່າການກະ ຊວງການຕ່າງປະເທດແຫ່ງ ສາ ທາລະນະລັດ ປະຊາຊົນ ປະຊາທິປະໄຕເກົາຫລີ ທີ່ນະຄອນຫລວງພຽງຢາງ, ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ຄົບຮອບ 35 ປີ, ຊຶ່ງມີເນື່ອງໃນດັ່ງນີ້: “ຕາງຫນ້າໃຫ້ຄະນະນຳ ແລະ ພະນັກງານກະຊວງ ການຕ່າງປະເທດ, ຂ້າພະເຈົ້າຂໍສົ່ງຄວາມຊົມ ເຊີຍຢ່າງຈິງໃຈມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະນຳ ແລະ ພະນັກ ງານກະຊວງການຕ່າງປະ ເທດ ສປປ ເກົາຫລີ ທຸກຖ້ວນຫນ້າຈົ່ງປະສົບຜົນສຳເລັດໃຫມ່ໃຫຍ່ຫລວງກວ່າເກົ່າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດຂອງຕົນ. ຂ້າພະເຈົ້າມີຄວາມເຊື່ອຫມັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນ ເຊື້ອລະຫວ່າງປະຊາຊົນສອງຊາດກໍ່ຄືລະຫວ່າງສອງກະຊວງການຕ່າງປະເທດພວກເຮົາຈະໄດ້ຮັບການເພີ່ມທະວີ ແລະ ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບແຂງແຮງ ແລະ ໄດ້ຮັບຜົນສຳເລັດໃນຫນ້າທີ່ອັນສູງສົ່ງຂອງສະຫາຍດ້ວຍ.”
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la