ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ການ​ຊ່ວຍ​ເຫລືອ​ຈາກ​ສາ​ກົນ ​ປະກອບສ່ວນໃນການ​ພັດ​ທະ​ນາ​ຢູ່ລາວ


       ທ່ານ ຫຽມ​ ພົມ​ມະ​ຈັນ,
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ລາຍ​ງານ​ຕໍ່ກອງ​ປະ​ຊຸມ​ສຳ​ມະ​ນາ​ ວິ​ທະ​ຍາ​ສາດ​ ທີ່​ໄດ້​ຈັດ ​ຂຶ້ນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ​ຢູ່​ນະ​ຄອນ​ຫລວງວຽງ​ຈັນ, ໂດຍ​ທ່ານໄດ້​ຍົກ​ໃຫ້​ເຫັນວ່າ: ການ​ຊ່ວຍ​ເຫລືອ​ຈາກ​ ສາ​ກົນ ໄດ້​ປະ​ກອບ​ສ່ວນ​​ສຳ​ຄັນ​ເຂົ້າ​ ໃນ​ການ​ຮັບ​ປະ​ກັນ​ໃຫ້​ເສດ​ຖະ​ກິດ​ ຂອງ​ລາວ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະຜົນ​ສຳ​ເລັດ​​ ໃນ​ການ​ເຄື່ອນ​ໄຫວ​ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ, ຊຶ່ງ ລາວ​ເຮົາ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ໂຕະ​ມົນ​ຄັ້ງ​ທີ່ 9 ທີ່​ນະ​ຄອນ​ ຫລວງວຽງ​ຈັນ, ​ເພື່ອ​ລະ​ດົມ​ທຶນ​ຊ່ວຍ​ເຫລືອ​ຈາກ​ບັນ​ດາ​ປະ​ເທດ ແລະ​ ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ສະ​ຖາ​ບັນ​ການເງິນ​ສາ​ກົນ​ຕ່າງໆ ​ເພື່ອ ​ໃຊ້​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງຄົມ 5 ປີ, ​ບັນ​ດາ​ຜູ້​ໃຫ້​ທຶນ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ ແລະ​ ປະ​ກາດ​ໃຫ້​ ການ​ຊ່ວຍ​ເຫລືອ​ແກ່​ລາວ. ນອກນີ້ ລັດ​ຖະ​ບານ​ຍັງ​ໄດ້​ລົງ​ນາມ​ຮ່ວມ​ກັບ​ບັນ​ດາ​ຜູ້​ໃຫ້​ທຶນ​ ໃນ​ຖະ​ແຫລງ​ການ​ວຽງ​ຈັນ​ ວ່າ​ດ້ວຍ​ການ​ເຮັດ​ ໃຫ້​ການ​ຊ່ວຍ​ເຫລືອ​ມີ​ປະ​ສິດ​ທິ​ຜົນ​ອີກດ້ວຍ, ທັງ​ນີ້​ ກໍ​ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຄຸ້ມ​ຄອງ ແລະ ​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ​ທາງ​ການ​ພັດ​ທະ​ ນາ​ເກີດ​ຜົນ​ປະ​ໂຫຍດ​ສູງ​ສຸດ.
        ຜ່ານ​ມາ ລາວ​ເຮົາ​ສາ​ມາດ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ
​ເພື່ອ​ການ​ພັດ​ທະ​ນາ​ທັງ​ໃນ​ຂອບ​ສອງ​ຝ່າຍ ແລະ​ ຫລາຍ​ຝ່​າຍ ເປັນ​ມູນ​ຄ່າ​ທັງ​ໝົດ​ປະ​ມານ 2.007,4 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ປະ​ຕິ​ບັດ 2.094 ໂຄງ​ການ ໃນ​ນີ້​ການ​ຊ່ວຍ​ເຫລືອ​ລ້າ​ມີ​ປະ​ມານ 1.294,47 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ສະ​ເລ່ຍ​ແຕ່​ລະ​ປີ​ສາ​ມາດ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ໄດ້​ກວ່າ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ​. ສຳ​ ລັບ​ສົກ​ປີ 2008-​2009 ສາ​ມາດ​ບັນ​ລຸ​ໄດ້ 559,17 ລ້ານໂດ​ລາ​ສະ​ຫະ​ລັດ. ໃນ​ຊຸມ​ປີ​ຕໍ່​ໜ້າ​ ອາດ​ມີ​ບາງ​ປະ​ເທດ​ຈະ​ຫລຸດ​ການ​ຊ່ວຍ ​ເຫລືອ ​ດ້ວຍ​ເຫດ​ຜົນ​ຕ່າງ​ໆ, ບາງ​ປະ​ເທດ​ຈະ​ຫລຸດ​ການ​ຊ່ວຍ​ເຫລືອ ແຕ່​ຈະ​ເພີ່ມ​ການ​ໃຫ້​ກູ້​ຢືມ ແລະ ​ການ​ລົງ​ທຶນ​ໂດຍ​ກົງ​ເຂົ້າ​ລາວ ​ຫລາຍ​ຂຶ້ນ, ບາງ​ປະ​ເທດ​ ຍັງ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫລືອ ແລະ​ ເພີ່ມ​ການ​ລົງ​ທຶນ ເປັນ​ຕົ້ນ​ ປະ​ເທດຍີ່​ປຸ່ນ ແລະ​ ບາງ​ປະ​ເທດ​ ກໍ​ຍັງສຶບ​ຕໍ່ ​ໃຫ້​ການ​ຊ່ວຍ​ເຫລືອ​ໂດຍ​ຜ່ານ NGOs ຢູ່​ລາວ​ຫລາຍ​ຂຶ້ນ, ແຕ່​ເຖິງ​ຢ່າງ​ໃດ​ກໍຕາມໃນ​ທ່າ​ອ່ຽງ​ລວມ​ລາວ​ເຮົາ​ຍັງ​ມີ​ຄວາມ ​ອາດ​ສາ​ມາດ​ ຍາດ​ແຍ່ງ​ ການ​ຊ່ວຍ​ເຫລືອ​ ທາງ​ການ​ເພື່ອ ​ການ​ພັດ​ທະ​ນາ​ໄດ້​ຫລາຍກວ່າ​ເກົ່າ.
        ທ່ານ ລັດ​ຖະ​ມົນ​ຕີ​ຊ່ວຍວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ
ຍັງ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຂໍ້​ຄົງ​ຄ້າງທີ່​ຕ້ອງ​ໄດ້​ສືບ​ຕໍ່​ແກ້​ໄຂຢ່າງ​ ຮີບ​ດ່ວນເປັນ​ຕົ້ນ: ການ​ກຳ​ນົດ​ແຜນ​ຍຸດ​ທະ​ສາດ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ໄລ​ຍະ​ຍາວ ແລະ ​ການຫັນ​ແຜນ​ການ​ພັດ​ທະ​ນາ​ເປັນ​ໂຄງ​ ການ​ລະ​ອຽດ, ບັນ​ຫາ​ ການການ​ຈັດ​ລຽນ​ໂຄງ​ການ​ບູ​ລີ​ມະ​ສິດ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ການ​ຄຸ້ມ​ຄອງ, ການ​ຕິດ​ຕາມ​ປະ​ເມີນ​ຜົນ​ໂຄງ​ ການ​, ການປັບ​ປຸງການ​ ປະ​ສານ​ງານ​ຢູ່​ພາຍ​ໃນ, ປັບ​ປຸງ​ກົງ​ຈັກ​ສາຍ​ຕັ້ງ​ດ້ານ​ວິ​ຊາ​ການ​ຢູ່​ຂະ​ແໜງ​ການ ແລະ​ ທ້ອງ​ຖິ່ນ ອັນ​ເຮັດ​ໃຫ້​ ການ​ປະ​ຕິ​ບັດ​ດຳ​ລັດ ແລະ ​ບົດ​ແນະ​ນຳ​ ທີ່​ກ່ຽວ​ຂ້ອງ​ໃຫ້​ທົ່ວ​ເຖິງ ແລະ ​ເຂັ້ມ​ງວດ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la