ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ພິທີມອບ-ຮັບຊ້າງ ລະຫວ່າງ ລັດຖະບານລາວ ແລະ ລັດຖະບານ ສປປ ເກົາຫລີ
ເນື່ອງໃນໂອກາດສະເຫລີມສະຫລອງວັນຄົບຮອບ 35 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ, ລັດຖະບານແຫ່ງ ສປປ ລາວ ໄດ້ຕົກລົງມອບຊ້າງຈຳນວນ 2 ໂຕ (ໂຕຜູ້ ຊື່ ຄຳມູນ ແລະ ໂຕແມ່ ຊື່ ບຸນຍັງ), ຊຶ່ງມີອາຍຸ 4 ປີ ໃຫ້ແກ່ ລັດຖະບານ ສປປ ເກົາຫລີ ເພື່ອເອົາໄວ້ລ້ຽງ ທັງເປັນຂອງຂວັນ ແລະ ເພື່ອເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ.
ພິທີມອບຮັບຊ້າງຄູ່ດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 30 ກໍລະກົດ, ທີ່ກະຊວງການຕ່າງປະເທດ, ໂດຍຕາງໜ້າໃຫ້ລັດຖະບານລາວ ແມ່ນທ່ານ ພົງສະຫວັດ ບຸບຜາ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເປັນຜູ້ມອບ ແລະ ຕາງໜ້າໃຫ້ ລັດຖະບານ ສປປ ເກົາຫລີ ແມ່ນທ່ານ ປັກມົງກູ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫລີ ປະຈຳ ສປປ ລາວ ເປັນຜູ້ຮັບ, ຊຶ່ງໃນນັ້ນກໍ່ມີບັນດາທ່ານຫົວໜ້າຫ້ອງການ, ກົມກອງ, ຂະແໜງການ ແລະ ພະນັກງານກ່ຽວຂ້ອງກໍ່ຄືຕາງໜ້າສື່ມວນຊົນລາວຈຳນວນໜຶ່ງເຂົ້າຮ່ວມເປັນສັກຂີພິຍານອີກດ້ວຍ.
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la