|
|
|
ທ່ານ ດຣ. ທອງລຸນ ສີສຸລິດ ຕ້ອນຮັບທູດສະຫະພາບເອີຣົບ ເຂົ້າຢ້ຽມອຳລາ ໃນວັນທີ 30 ຕຸລາ 2008, ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Fridrich Hamburger, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ ບາງກອກ, ປະເທດໄທ ເຂົ້າຢ້ຽມອຳລາໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແຕ່ປີ 2005-2008, ເຊິ່ງທ່ານທູດ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເພີ່ມທະວີສາຍພົວພັນຮ່ວມມືທີ່ດີລະຫວ່າງ ລາວ ແລະ ສະຫະພາບເອີຣົບ ຢ່າງມີປະສິດທິຜົນ. ໃນຕອນແລງຂອງວັນດຽວກັນ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບທ່ານເອກອັກຄະລັຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ເຂົ້າຢ້ຽມອຳລາໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງ ທ່ານທູດໃນໄລຍະຜ່ານມາ, ພ້ອມທັງໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບ ຜົນສຳເລັດ ໃນໜ້າທີ່ວຽກງານອັນໃຫຍ່ຫລວງຂອງທ່ານ. |
| ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la |