
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /ບັນດາປະເທດຈີເອັມເອັສບັນລຸຜົນສຳເລັດໃນການເຊື່ອມໂຍງເຂົ້າກັນຢ່າງເປັນຮູບປະທຳ
*(ຂປລ): ບັນດາຜູ້ນໍາ ປະເທດອະນຸພາກພື້ນແມ່ນໍ້າຂອງ ປະກອບມີ ພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ເວີນ ເຈຍປາວ, ນາຍົກລັດຖະມົນຕີ ແຫ່ງ ສປ. ຈີນ, ພະນະທ່ານ ເທນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ສະຫະພາບ ມຽນມາ, ພະນະທ່ານ ສະໝັກ ສູນທໍຣະເວດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ພະນະທ່ານ ຫງວຽນ ເຕີນຢຸງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ, ພະນະທ່ານ ຮາຣູຮີໂກະ ຄູໂຣດະ, ປະທານທະນາຄານພັດທະນາ ອາຊີ ໄດ້ມີການປຶກສາຫາລື ກ່ຽວກັບຊ່ອງທາງ ເພື່ອເຮັດໃຫ້ການຮ່ວມມືດ້ານເສດຖະກິດ ມີຄວາມເລິກເຊິ່ງ ແລະ ພ້ອມກັນກ້າວສູຄວາມສີວິໄລ ຢ່າງໜັກແໜ້ນ.
ໃນກອງປະຊຸມສຸດຍອດຄັ້ງທີ 3 ຂອງ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ (GMS) ຊຶ່ງຈັດຂຶ້ນໃນວັນທີ 31 ມີນາ 2008 ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ຫົວຂໍ້ “ການເພີ່ມທະວີຄວາມສາມາດແຂ່ງຂັນ ດ້ວຍການຂະຫຍາຍການເຊື່ອມຕໍ່”, ພະນະທ່ານ ບົວສອນ ບຸບຜາວັນ ໄດ້ກ່າວວ່າ: ການເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້ ເປັນເຫດການທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຂອງ ສປປ ລາວ ສໍາລັບການສືບຕໍ່ ເພີ່ມທະວີການຮ່ວມມືກັນລະຫວ່າງ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ. ບົນພື້ນຖານການທົບທວນຜົນການຮ່ວມມື ໃນໄລຍະ 15 ປີທີ່ຜ່ານມາ ແລະ ການຢຶດ ໝັ້ນໃນວິໄສທັດຮ່ວມທີ່ຖືກຕ້ອງ, ບັນດາປະເທດອະນຸພາກພື້ນແມ່ນນໍ້າຂອງ (GMS) ໄດ້ບັນລຸຜົນສໍາເລັດທີ່ສໍາຄັນ ໃນການສ້າງສາ ພັດທະນາ ກໍຄືໃນການເຊື່ອມໂຍງເຂົ້າກັນຢ່າງເປັນຮູບປະທໍາ ແລະ ມີໝາກຜົນຕົວຈິງ, ຂະນະທີ່ ສປປ ລາວ ພ້ອມທີ່ຈະເສີມຂະຫຍາຍບົດບາດ ດ້ານທີ່ຕັ້ງພູມສາດເປັນໃຈກາງ ເຂົ້າໃນການຈັດຕັ້ງປະຕິບັດແຜນງານໃນຊຸມປີຕໍ່ໜ້າ.
ຈາກສະພາບທີ່ ສປປ ລາວ ເປັນປະເທດບໍ່ມີຊາຍແດນຕິດກັບທະເລ, ມັນໄດ້ເຮັດໃຫ້ ສ ປປ ລາວ ກາຍເປັນໃຈກາງແຫ່ງການເຊື່ອຕໍ່ ລະຫວ່າງປະເທດໃນອະນຸພາກພື້ນ, ບໍລິມາດການຄ້າຕ່າງປະເທດຂອງ ສປປ ລາວ ກັບບັນດາປະເທດ GMS ໄດ້ເພີ່ມຂຶ້ນໂດຍສະເລ່ຍປີລະ 20%. ການເຊື່ອມຕໍ່ໄດ້ເຮັດໃຫ້ເສດຖະກິດຂອງບັນດາປະເທດ GMS ເຊື່ອມໂຍງເຂົ້າກັນ ໄປຄຽງຄູ່ກັບການເຊື່ອມໂຍງກັບເສດຖະກິດໂລກ, ເຮັດໃຫ້ ມີການແລກປ່ຽນຮຽນຮູ້ທາງດ້ານວັດທະ ນະທໍາ ລະຫວ່າງພົນລະເມືອງ, ຊຶ່ງເປັນການເສີມສ້າງມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມື ພັດທະນາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ໄດ້ສະເໜີມາຍັງບັນດາຜູ້ນໍາ GMS ພິຈາລະນາຮັບຮອງເອົາ ແຜນປະຕິບັດງານ GMS ສໍາລັບໄລຍະ ແຕ່2008-2012 ທີ່ໄດ້ສັງລວມເອົາບູລິມະສິດຈາກ 9 ຂະແໜງການຂອງການຮ່ວມມື GMS ທີ່ຈະເຮັດໃຫ້ 3C ໄດ້ດໍາເນີນງານນັ້ນຄື: ເພີ່ມທະວີການເຊື່ອມຕໍ່, ຄວາມສາມາດແຂ່ງຂັນ ແລະ ຄວາມເປັນປະຊາຄົມ.
ພາຍຫລັງສໍາເລັດການດໍາເນີນກອງປະຊຸມສຸດ ຍອດອະນຸພາກພື້ນແມ່ນໍ້າຂອງ GMS ຄັ້ງທີ 3 ທີ່ນະຄອນ ຫລວງວຽງຈັນໂດຍການ ສະໜັບສະໜູນ ຂອງທະນາຄານພັດທະນາອາຊີ ຫລື ADB, ທ່ານ ດຣ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດຊີ້ແຈງຜົນສໍາເລັດກອງປະຊຸມຄັ້ງນີ້ ແລະ ກໍໄດ້ລະບຸຕື່ມວ່າ: ບັນດາຜູ້ນໍາ GMS ຍັງໄດ້ມີ ການປຶກສາຫາລືກັນ ເຖິງບັນຫາການເພີ່ມທະວີການເຊື່ອມຕໍ່ ເຊິ່ງວ່າການເຊື່ອມຕໍ່ນັ້ນ ສາມາດຊ່ວຍຂະຫຍາຍຕະຫລາດ, ຊ່ວຍປັບປຸງ ການບໍລິການດ້ານສັງຄົມ ແລະ ປົກປ້ອງສິ່ງແວດລ້ອມ ທີ່ມີ ADB ເປັນຄູ່ຮ່ວມພັດທະນາ ທີ່ສໍາຄັນຂອງແຜນງານ GMS. ກອງປະຊຸມສຸດຍອດຄັ້ງນີ້ ໄດ້ມີກິດຈະກໍາສໍາຄັນຕ່າງໆ ທີ່ເປັນການພິສູດໃຫ້ເຫັນເຖິງຄວາມຄືບຫນ້າ ພາຍໃຕ້ແຜນງານ GMS ເຊັ່ນ: ການເຈລະຈາການຄ້າ ແລະ ການລົງທຶນໃນ GMS; ກອງປະຊຸມຊາວໜຸ່ມ; ພິທີເປີດເສັ້ນທາງດ່ວນ ບາງກອກ-ຄຸນມິງ ຜ່ານສອງແຂວງຂອງປະເທດລາວຄື: ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ທີ່ຍາວປະມານ 200 ກວ່ກິໂລແມັດ; ການເປີດເຄືອຂ່າຍຂໍ້ມູນຂ່າວສານ ຂະໜາດກວ້າງ 6 ປະເທດ; ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຄ້າພະລັງງານຂ້າມແດນ; ການພັດທະນາແລວເສດຖະກິດ ແລະ ການພັດທະນາແບບຍືນຍົງ.
ກອງປະຊຸມ GMS ມີຄວາມໝາຍສໍາຄັນ ແລະ ເປັນຄັ້ງທໍາອິດ ທີ່ບັນດາຜູ້ນໍາໄດ້ຮັບຮອງເອົາແຜນປະຕິບັດງານວຽງຈັນ ສໍາລັບການພັດທະນາ GMS, ຊຶ່ງເປັນຂໍ້ລິເລີ່ມບູລິມະສິດ ໃນແຜນງານ GMS ທີ່ປະກອບດ້ວຍ 9 ຂະແໜງການຮ່ວມມືແຕ່ປີ 2008-2012; ບັນດາຜູ້ນໍາ GMS ໄດ້ລົງນາມໃນຖະແຫລງ ການຮ່ວມເປັນສະບັບທໍາອິດ ແລະ ເປັນຄັ້ງທໍາອິດ ທີ່ບັນດາຕົວແທນຊາວໜຸ່ມ ຂອງ 6 ປະເທດເຂົ້າຮ່ວມເຫດການສໍາຄັນ ແລະ ຍື່ນສານຮ່ວມ ຂອງຕົນ ຕໍ່ບັນດາຜູ້ນໍາ GMS. ພ້ອມດຽວກັນ, ບັນດາຜູ້ນໍາຂອງ GMS ກໍສາມາດສົນທະນາກັບຕົວແທນ ພາກທຸລະກິດ ຂອງພາກພື້ນ ແລະ ຮັບຄໍາສະເໜີວ່າຈະເຮັດແນວໃດໃຫ້ພາກພື້ນ ມີຄວາມສາມາດແຂ່ງຂັນສູງຂຶ້ນ. ກອງປະຊຸມ GMS ຄັ້ງທີ 3 ແມ່ນມີຜົນ ປະໂຫຍດຫລາຍ ຊຶ່ງໄດ້ນໍາເອົາການຮ່ວມມື GMS ຂຶ້ນໄປສູ່ລະດັບສູງ ແລະ ຫຍັບເຂົ້າໃກ້ວິໄສທັດຮ່ວມຂອງຕົນ ທີ່ຈະເຮັດໃຫ້ພາກພື້ນນີ້ ເປັນພາກພື້ນທີ່ລວມຕົວ, ມີຄວາມວັດທະນາ ແລະ ມີຄວາມກົມກຽວ.
_______________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la