ທ່ານ ດຣ. ທອງລຸນ ສີສຸລິດ ສໍາເລັດການຢ້ຽມຢາມເອຢິບ
ຕອບສະຫນອງຄໍາເຊີນຂອງພະນະທ່ານ ໂມຮາເມັດ ອາລີ ອາບູນ ເກດ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ອາຣັບ ເອຢິບ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດແຫ່ງ ສປປ ລາວ ແລະ ຄະນະໄດ້ດໍາເນີນການ ຢ້ຽມຢາມ ສາທາລະນະລັດ ອາຣັບເອຢິບ ຢ່າງ ເປັນທາງການ ແຕ່ວັນທີ 2 ຫາ 4 ເມສາ 2008. ໃນໂອກາດພົບປະກັບຄູ່ຮ່ວມຕໍາແໜ່ງ, ສອງຝ່າຍ ໄດ້ແຈ້ງສະພາບ ການທີ່ພົ້ນເດັ່ນ ເປັນຕົ້ນແມ່ນການ ສ້າງສາພັດທະນາເສດຖະກິດສັງຄົມ ພາຍໃນປະເທດຂອງຕົນ ໃຫ້ກັນ ແລະ ກັນ ຊາບ; ສະແດງຄວາມຍິນດີທີ່ເຫັນ ວ່າ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນ ການທູດນໍາກັນໃນປີ 1976 ເປັນ ຕົ້ນມາ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດໄດ້ມີບາດກ້າວຂະຫຍາຍຕົວເພີ່ມຂຶ້ນ. ຝ່າຍລາວ ໄດ້ສະແດງຄວາມຂອບ ໃຈຕໍ່ລັດຖະບານເອຢິບ ທີ່ໄດ້ໃຫ້ຊ່ວຍເຫລືອຝຶກອົບຮົມ ທາງດ້ານກະສິກໍາແກ່ພະນັກງານ ວິຊາການຂອງລາວປະຈໍາໃນ ແຕ່ລະປີ ແລະ ຝ່າຍເອຢິບ ໄດ້ສະແດງຄວາມຂອບໃຈ ຕໍ່ຝ່າຍລາວທີ່ໄດ້ໃຫ້ການ ສະຫນັບສະຫນູນເອຢິບໃນເວທີສາ ກົນ. ພ້ອມດຽວກັນ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດ ຄໍາເຫັນຕໍ່ບັນຫາທີ່ພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ; ເຫັນດີ ໃຫ້ສືບຕໍ່ແລກປ່ຽນການຢ້ຽມຢາມລະຫວ່າງ ເຈົ້າຫນ້າທີ່ລະດັບສູງ ຂອງສອງປະເທດ, ຮ່ວມມືຊ່ວຍເຫລືອ ແລະ ສະ ຫນັບສະຫນູນຊຶ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດມາສູ່ແຕ່ລະຝ່າຍໃນອະນາຄົດ.
ໃນລະຫວ່າງການຢ້ຽມຢາມ, ຝ່າຍເອຢິບ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດ ແລະ ໄດ້ຈັດໃຫ້ໄປຢ້ຽມຊົມ ສະຖານທີ່ສໍາຄັນ ທາງປະຫວັດສາດເຊັ່ນ: ປີຣາມິດ, ຣາຊະວັງ ໂມຮາເມັດອາລີ, ຫໍພິພິທະພັນແຫ່ງຊາດ ແລະ ສະຖານທີ່ວັດທະນະທໍາທີ່ສໍາຄັນຫລາຍແຫ່ງ. ການຢ້ຽມຢາມຢ່າງເປັນທາງການຄັ້ງນີ້ ໄດ້ປະສົບຜົນສໍາເລັດ ຢ່າງ ຈົບງາມ ແລະ ໃນຕອນເຊົ້າຂອງວັນທີ 4 ເມສາ 2008, ຄະນະຜູ້ແທນລາວ ໄດ້ອອກເດີນທາງຈາກນະຄອນ ຫລວງ ໄຄໂຣ ເພື່ອເຂົ້າຮ່ວມເວທີປຶກສາຫາລື ອາຊີຕາເວັນ ອອກກາງຄັ້ງທີ 2, ຊຶ່ງຈັດຂຶ້ນຢູ່ເມືອງຊາມ ແອນ ເຊກ ລະຫວ່າງວັນທີ 5 ຫາ 6 ເມສາ 2008.
______________________________________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la