ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ກອງປະຊຸມ AMED ໃຫ້ຄໍາໝັ້ນສັນຍາວ່າຈະເພີ່ມທະວີການຮ່ວມມື
ໃນວັນທີ 6 ເມສາ 2008, ກອງປະຊຸມເຈລະຈາລະຫວ່າງອາຊີ-ຕາເວັນອອກກາງ ຫລື AMED ຄັ້ງທີ 2 ທີ່ຈັດຂຶ້ນຢູ່ ເມືອງຊານ ເອລເຊກ ຂອງປະເທດດເອຢິບ ເປັນເວລາ 2 ວັນ ໄດ້ອັດລົງ. ກອງ ປະຊຸມ ດັ່ງກ່າວໄດ້ຮັບຮອງຖະແຫລງການ ທີ່ມີເນື້ອໃນວ່າ: ປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມ ໃຫ້ຄໍາ ໝັ້ນສັນຍາ ວ່າຈະເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆຕື່ມອີກ ເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທໍາ ແລະ ດ້ານອື່ນໆ; ຈະເຄົາລົບຄວາມເປັນເອກະລາດ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນເຈົ້າຕົນເອງ ຂອງປະເທດຕ່າງໆ, ຫລັກການທີ່ບໍ່ແຊກແຊງວຽກງານພາຍໃນຊຶ່ງກັນ ແລະ ກັນ. ຄຽງຄູ່ກັນນັ້ນ, ໃນຖະແຫລງການ ຍັງໄດ້ ຮຽກຮ້ອງໃຫ້ສ້າງສະແວດລ້ອມທີ່ມີສັນຕິພາບ, ມິດຕະພາບ ໃຫ້ກົມກຽວກັນ ເພື່ອແນໃສ່ໃຫ້ບັນລຸສັນຕິພາບ, ຄວາມໝັ້ນຄົງ ແລະ ເສດຖະກິດໃນພາກພື້ນໃຫ້ມີການພັດທະ ນາໄປຢ່າງບໍ່ ຢຸດຢັ້ງ.
______________________________________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la