
ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ສໍາເລັດການ ຢ້ຽມຢາມປະເທດຕວກກີ
ໂດຍຕອບສະຫນອງຕາມຄໍາເຊີນຂອງພະນະທ່ານ ອາລີ ບາບາຄານ, ລັດຖະມົນຕີການຕ່າງ ປະເທດແຫ່ງ ສາທາລະນະລັດ ຕວກກີ, ພະນະທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ດໍາເນີນການຢ້ຽມ ຢາມ ສາທາລະນະລັດ ຕວກກີ ຢ່າງເປັນທາງການແຕ່ວັນທີ 6-8 ເມສາ 2008 ເຊິ່ງເປັນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຄັ້ງທໍາອິດຂອງ ສປປ ລາວ ຢູ່ປະເທດດັ່ງກ່າວ.
ໃນການພົບປະເຈລະຈາຢ່າງເປັນທາງການ ຢູ່ທີ່ກະຊວງການຕ່າງປະເທດຕວກກີ, ສອງຝ່າຍ ໄດ້ ສະແດງຄວາມຊື່ນຊົມຍິນດີທີ່ລາວ ແລະ ຕວກກີ ໄດ້ມີການສ້າງສາຍພົວພັນການທູດ ນໍາກັນມາແຕ່ດົນນານ, ໂດຍຈະວຽນມາບັນຈົບຄົບຮອບ 50 ປີ ໃນປີ 2008 ນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ຜົນການຮ່ວມມື ຊ່ວຍເຫລືອໃນຂອບສອງຝ່າຍດ້ວຍກັນ ແລະ ການສະຫນັບສະຫນູນເຊິ່ງກັນ ແລະ ກັນໃນເວທີສາກົນ. ການຢ້ຽມຢາມທາງການຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ໄດ້ປະສົບຜົນສໍາເລັດຢ່າງຈົບງາມ ໂດຍ ທີ່ສອງຝ່າຍໄດ້ຮ່ວມກັນລົງນາມໃນສັນຍາຮ່ວມມືດ້ານການຄ້າ ແລະ ເສດຖະກິດລະຫວ່າງສອງປະເທດ ອັນຈະເປັນພື້ນຖານ ໃຫ້ແກ່ການສືບຕໍ່ເຊັນບັນດາເອກະສານສັນຍາຮ່ວມມືອື່ນໆ ຕື່ມອີກໃນຂັ້ນຕໍ່ໄປ, ເປັນຕົ້ນແມ່ນສັນຍາວ່າດ້ວຍການສົ່ງເສີມ ແລະ ປົກປ້ອງ ການລົງທຶນ, ການຍົກເວັ້ນພາສີອາກອນຊໍ້າຊ້ອນ ແລະ ສັນຍາຮ່ວມມືດ້ານວັດທະນະທໍາ.
ໃນໂອກາດນີ້, ຕວກກີ ໄດ້ປະກາດເອົາ ສປປ ລາວ ເຂົ້າໃນບັນຊີບັນດາປະເທດບູລິມະສິດ ໃນ ຍຸດທະສາດເປີດກວ້າງການຮ່ວມມືກັບຕ່າງປະເທດ ໂດຍສະເພາະກັບບັນດາປະເທດຢູ່ພາກພື້ນອາຊີ. ໃນໂອກາດດຽວກັນນີ້, ພະນະທ່ານ ດຣ. ທອງລຸນ ສີສຸລິດ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ອັບດຸນລາ ກູນ, ປະທານາທິບໍດີແຫ່ງ ສາທາລະນະລັດ ຕວກກີ, ເຊິ່ງບັນຍາກາດຂອງການສົນທະນາກັນແມ່ນເຕັມໄປ ດ້ວຍໄມຕີຈິດ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ; ພ້ອມທັງສະແດງຄວາມຫວັງວ່າຈະສືບຕໍ່ຮັດ ແຫນ້ນສາຍພົວພັນສອງຝ່າຍ ໂດຍຜ່ານການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບສູງ ກໍ່ຄືລະ ຫວ່າງ ພາກທຸລະກິດນໍາກັນ.
ຕະຫລອດໄລຍະການຢ້ຽມຢາມ, ຝ່າຍຕວກກີ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ສປປ ລາວ ຢ່າງອົບອຸ່ນ ແລະ ສົມກຽດ, ເຊິ່ງນອກຈາກການພົບປະ ເຮັດວຽກເປັນທາງການແລ້ວ ກໍ່ຍັງຈັດໃຫ້ມີການ ເຄື່ອນໄຫວຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາຕື່ມອີກ.
______________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la