ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ
ບັນດາຜູ້ນໍາ GMS ຮ່ວມມືພັດທະນາຫລາຍຂົງເຂດ ໃນ 5 ປີຂ້າງຫນ້າ
*(ຂປລ): ບັນດາຜູ້ນໍາອະນຸພາກພື້ນແມ່ນນໍ້າຂອງ GMS ມີຄວາມຍິນດີຮັບຮອງ ແລະ ດໍາເນີນແຜນປະຕິງານວຽງຈັນ ຊຶ່ງກວມ 9 ຂະແໜງການສໍາຄັນເຊັ່ນ: ການຂົນສົ່ງ, ພະ ລັງງານ, ໂທລະຄົມ, ກະສິກໍາ, ສິ່ງແວດລ້ອມ, ທ່ອງທ່ຽວ, ການພັດທະນາ ຊັບພະຍາກອນ ມະນຸດ, ອໍານວຍຄວາມສະດວກດ້ານການຄ້າ ແລະ ຮັບປະກັນການລົງທຶນ ແນໃສ່ເພື່ອ ພັດທະນາຂົງເຂດນີ້ ຢ່າງມີປະສິດທິຜົນ ແລະ ທັນເວລາ.
ການຕົກລົງຮ່ວມມືຄັ້ງນີ້ ເປັນຜົນສໍາເລັດກອງປະຊຸມສຸດຍອດ ຄັ້ງທີ 3 ຂອງບັນດາຜູ້ນໍາປະເທດອະນຸພາກພື້ນແມ່ນໍ້າຂອງ ຊຶ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນ ໂດຍໄດ້ເນັ້ນການຈັດຕັ້ງປະຕິບັດໃນແຕ່ລະດ້ານ ໃຫ້ມີຄວາມຄືບໜ້າເປັນຕົ້ນ: ເລັ່ງກໍ່ສ້າງ ແລະ ປັບປຸງໄລຍະທາງທີ່ຍັງເຫລືອ ແລະ ຂະຫຍາຍແລວທາງ ໃນອະນຸພາກພື້ນແມ່ນນໍ້າຂອງ ໂດຍການເຊື່ອມໂຍງການຂົນສົ່ງຫລາຍຮູບແບບ ລວມທັງການ ເຊື່ອມຕໍ່ທາງລົດໄຟ ສິງກະໂປ-ຄຸນມິງ; ຮ່ວມມືການສ້າງຕະຫລາດແບບຍືນຍົງຢ່າງມີປະສິດທິຜົນ ໃນການສະໜອງພະລັງງານ ໃນອະນຸພາກພື້ນ ແມ່ນນໍ້າຂອງ; ສືບຕໍ່ການພັດທະນາພື້ນຖານໂຄງລ່າງ ເພື່ອເຊື່ອມຕໍ່ດ້ານໂທລະຄົມ, ທັງສົ່ງເສີມການນໍາໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ຜ່ານເສັ້ນ ທາງດ່ວນ ແລະ ເພີ່ມແຫລ່ງທຶນພັດທະນາໂທລະຄົມຊົນນະບົດໃຫ້ກວ້າງຂວາງ; ປະຕິບັດຂໍ້ລິເລີ່ມອະນຸພາກພື້ນແມ່ນນໍ້າຂອງ ໃນການພັດທະນາ ພະລັງ ງານທົດແທນ ແລະ ເຊື້ອໄຟຊີວະພາບ, ຂະຫຍາຍບັນດາແຜນງານຄວບຄຸມພະຍາດສັດຂ້າມຊາຍແດນ ແລະ ການເຂົ້າຫາຂໍ້ມູນຂ່າວສານ ດ້ານກະສິກໍາຊົນນະບົດ; ພ້ອມນັ້ນ ຍັງຕ້ອງຮ່ວມມືຊ່ວຍຫລຸດຜ່ອນຄວາມສ່ຽງດ້ານສິ່ງແວດລ້ອມ ທີ່ເປັນຜົນກະທົບຕໍ່ການດໍາລົງຊີວິດ ຂອງປະຊາຊົນ ເຂດທ້ອງຖິ່ນ ແລະ ອະນຸພາກພື້ນແມ່ນນໍ້າຂອງ ລວມຄວາມສ່ຽງທີ່ເກີດຈາກດິນຟ້າອາກາດ ແລະ ປ້ອງກັນປ່າໄມ້.
ຢ່າງໃດກໍຕາມ ບັນດາຜູ້ນໍາປະເທດອະນຸພາກພື້ນແມ່ນນໍ້າຂອງ ຍັງໄດ້ໃຫ້ຄວາມສໍາຄັນ ການສ້າງ ຄວາມເຂັ້ມແຂງ ໃຫ້ການຄຸ້ມຄອງແບບຍືນຍົງ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາ ທັງສົ່ງເສີມການຕະຫລາດຮ່ວມ ສໍາລັບການທ່ອງທ່ຽວໃນອະນຸພາກພື້ນ; ສະເພາະການ ພັດທະນາຊັບພະຍາກອນມະ ນຸດ ຕ້ອງປະຕິບັດຂອບວຽກຍຸດທະສາດໃໝ່ ແລະ ແຜນດໍາເນີນງານຮ່ວມມືໃນຂະແໜງການສຶກສາ, ສາທາ ລະນະສຸກ, ແຮງງານ ແລະ ຂົງເຂດອື່ນໆ. ຂະຫຍາຍບັນດາໜ້າວຽກ ໃນທາງກວ້າງ ແລະ ທາງເລິກ ຂອງ ແຜນງານພະນົມເປັນ ເພື່ອຄຸ້ມຄອງການພັດທະນາ, ເພີ່ມທະວີການປ້ອງ ແລະ ຄຸ້ມຄອງພະຍາດຕິດຕໍ່ ໃນບໍລິເວນຊາຍແດນ; ປັບປຸງຂັ້ນຕອນ ແລະ ລະບົບຕ່າງໆໃຫ້ມີຄວາມກົມກຽວກັນ ເປັນອັນດຽວກັນ ເພື່ອອໍານວຍຄວາມສະດວກດ້ານການຄ້າ ເຮັດໃຫ້ລະບຽບການຂ້າມແດນງ່າຍຂຶ້ນ ນັບທັງການແຈ້ງພາສີ, ກວດຄົນເຂົ້າ- ອອກເມືອງ, ການກັກກັນພືດ-ສັດ ແລະ ພັດທະນາການບໍລິການໃນການຈັດສົ່ງ; ນອກນີ້ ຍັງຕ້ອງເລັ່ງຊຸກຍູ້ການຮ່ວມດ້ານການລົງທຶນ ແລະ ຂະຫຍາຍການ ເຂົ້າຮ່ວມຂອງເວທີທຸລະກິດ ຕາມແຜນງານ GMS.
____________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la