ຄະນະນຳກະຊວງ
/
ຄະນະກົມ
/
ຊື່ບັນດາກົມຕ່າງໆ
/
ລາວ-ສິງກະໂປ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມື
ໃນໂອກາດເຂົ້າຢ້ຽມຂ່ຳນັບ
ທ່ານ ດຣ. ໄຊສົມພອນ ພົມວິຫານ, ຮອງປະທານສະພາແຫ່ງຊາດ ແຫ່ງ
ສປປ ລາວ ເມື່ອວັນທີ 23 ເມສາ 2008 ທີ່ຫໍ ສະພາແຫ່ງຊາດ,
ທ່ານ ເບັນຈາມິນ ເຈຢາຣັບ ວິນລຽມ (Benjamin Jeyaraj
William), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງປະເທດ
ສິງກິໂປ ປະຈຳລາວ ໄດ້ຢືນຢັນ ວ່າ: ໃນໂອກາດທີ່ມາປະຕິບັດໜ້າທີ່ການທູດຢູ່ລາວ
ເປັນເວລາ 3 ປີ, ທ່ານຈະພະຍາຍາມດຶງດູດນັກລົງທຶນຂອງ ສິງກະໂປ
ກໍຄື ນັກທ່ອງທ່ຽວ ເຂົ້າລົງທຶນ ແລະ ທ່ຽວຢູ່ລາວເພີ່ມຂຶ້ນ
ແລະ ຈະພະຍາຍາມ ສືບຕໍ່ຊ່ວຍສ້າງຊັບພະຍາ ກອນມະນຸດ
ໃຫ້ແກ່ ສປປ ລາວ ແລະ ຢືນຢັນເຖິງນະໂຍບາຍຂອງລັດຖະບານສິງກະໂປ
ເພື່ອປະກອບສ່ວນຫລຸດ ຜ່ອນຄວາມແຕກໂຕນກັນ ທາງດ້ານການພັດທະນາ
ລະຫວ່າງບັນດາປະເທດອາຊຽນ. ພ້ອມທັງໄດ້ສະແດງຄວາມດີໃຈ
ທີ່ໄດ້ມາປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ
ເພາະວ່າ ສອງປະເທດ ສິງກະໂປ ແລະ ລາວ ເປັນເພື່ອນມິດທີ່ດີ
ແລະ ປະເທດສິງປະໂປ ກໍມີຄວາມຫວັງ ຢາກເສີມຂະຫຍາຍສາຍພົວພັນມິດຕະພາບ
ກໍຄືການຮ່ວມມືລະຫວ່າງສອງປະເທດ ໃຫ້ແໜ້ນຂຶ້ນຕື່ມ.
ທ່ານຮອງປະທານສະພາແຫ່ງຊາດ ທ່ານ ດຣ. ໄຊສົມພອນ ພົມວິຫານ
ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເອກອັກຄະລາຊະທູດສິງກະໂປ
ຄົນໃໝ່ ທີ່ມາປະຈຳລາວ ພ້ອມທັງເຊື່ອໝັ້ນວ່າ: ການປະຕິບັດໜ້າທີ່ການທູດຂອງທ່ານ
ຈະສືບຕໍ່ສົ່ງເສີມການພົວພັນຮ່ວມມືອັນດີ ລະຫວ່າງ
ສອງປະເທດ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ
ພ້ອມທັງ ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງລັດຖະບານສິງກະໂປ
ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫລືອທາງດ້ານເຕັກນິກ
ວິຊາການ ແກ່ພະນັກງານຂອງລາວ ກໍຄືການກໍ່ສ້າງຊັບພະຍາກອນມະນຸດ.
ພ້ອມດຽວກັນ, ທ່ານຮອງປະທານສະພາ ແຫ່ງຊາດ ຍັງກ່າວວ່າ:
ສອງປະເທດ ລາວ-ສິງກະໂປ ຈະສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບການຮ່ວມມືທາງດ້ານ
ເສດຖະກິດ, ການຄ້າ, ການລົງທຶນ ໃຫ້ຫລາຍຂຶ້ນຕື່ມ.