ຄະນະນຳກະຊວງ
/
ຄະນະກົມ
/
ຊື່ບັນດາກົມຕ່າງໆ
/
ລາວ-ອາເມລິກາ
ຫາລື ການຮ່ວມມືຄົ້ນຫາ
ຮ່ອງຮອຍ-ສິ່ງເສດເຫລືອ ຂອງທະຫານອາເມລິກາ
ໂດຍປະຕິບັດນະໂຍບາຍມະນຸດສະທຳ
ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ແຫ່ງສາທາລະນະລັດ
ປະຊາ ທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວກໍຄືຍາດພີ່ນ້ອງ
ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ
ແລະ ອີງຕາມຄຳຮ້ອງຂໍຂອງລັດຖະບານອາເມລິກາ ໃນການແກ້ໄຂບັນຫາດັ່ງກ່າວ,
ໃນວັນທີ 21-22 ເມສາ 2008, ທີ່ໂຮງແຮມລາວພາຊາ ນະຄອນຫລວງວຽງຈັນ
ໄດ້ຈັດກອງປະຊຸມປຶກສາຫາລືຄັ້ງໃໝ່ ລະດັບວິຊາການ
ລະຫວ່າງລາວ-ອາເມລິກາ ກ່ຽວກັບການຮ່ວມມືໃນການສຳ
ຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງ
ທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ.
ໃນການພົບປະຄັ້ງນີ້, ຝ່າຍລາວນຳໂດຍທ່ານ ຂັວນຕາ ຜາລີວົງ,
ຫົວໜ້າກົມເອີຣົບ - ອາເມລິກາ, ກະຊວງການຕ່າງປະເທດ
ແລະ ພະນັກງານວິຊາການສຳຫລວດ ແລະ ຂຸດຄົ້ນ ຝ່າຍລາວ
ທີ່ລົງເຮັດວຽກຕົວຈິງຢູ່ພາກສະໜາມ ຈາກກະຊວງການຕ່າງປະເທດ ແລະ
ກະຊວງປ້ອງກັນປະເທດ ແລະ ຝ່າຍອາເມລິການຳໂດຍທ່ານ
ນາງ ພົນຕີ ໂດມາ ຄຣິບ, ຜູ້ບັນຊາການກອງກຳລັງຮ່ວມ
ຂອງສະຫະລັດ ອາເມລິກາ ເພື່ອຊອກຫາຊາກສົບຂອງທະຫານອາເມລິກາ
ທີ່ຫາຍສາບສູນໃນປາງສົງຄາມ ແລະ ວິຊາການທີ່ກ່ຽວຂ້ອງ
ຂອງອາເມລິກາຈຳນວນໜຶ່ງ, ພ້ອມທັງມີການເຂົ້າຮ່ວມ
ຂອງເອກອັກຄະລັດທູດອາເມກາປະຈຳລາວ.
ກອງປະຊຸມຄັ້ງນີ້
ໄດ້ທົບທວນ ແລະ ສັງເກດຕີລາຄາຄືນ ຜົນຂອງການປະຕິບັດແຜນການຮ່ວມມືສອງຝ່າຍ
ໃນໄລຍະ 6 ເດືອນຕົ້ນປີ 2008. ນອກຈາກນັ້ນ, ສອງຝ່າຍຍັງສະຫລຸບຖອດຖອນບົດຮຽນ
ດ້ານຫຍຸ້ງຍາກ ແລະ ດ້ານ ສະດວກຕ່າງໆ ຂອງການດຳເນີນງານຕົວຈິງ
ແລະ ວາງແຜນການຮ່ວມມືກັນໃນຕໍ່ໜ້າ. ໃນການປະຕິບັດແຜນການ
6 ເດືອນຕົ້ນປີ 2008, ຄະນະວິຊາການຮ່ວມມື ລາວ-
ອາເມລິກາ ສາມາດດຳເນີນການສຳຫລວດໄດ້ 70 ກໍລະນີ,
ທຳການຂຸດຄົ້ນ 9 ກໍລະນີ, ໃນນັ້ນສາມາດປິດການຂຸດຄົ້ນຖາວອນ
3 ກໍລະນີ, ອັນສຳຄັນແມ່ນສາມາດພົບເຫັນສິ່ງເສດ
ເຫລືອຂອງຜູ້ຫາຍສາບສູນຈຳນວນໜຶ່ງ ຊຶ່ງໄດ້ຈັດພິທີມອບ-ຮັບ
ຢ່າງເປັນທາງການ ໃນວັນທີ 13 ກຸມພາ 2008 ທີ່ຜ່ານມາ
ແລະ ນັບແຕ່ກອງປະຊຸມຄັ້ງທີ່ຜ່ານມາ ສາມາດພິສູດ
ແລະ ຢັ້ງຢືນໄດ້ອີກ 6 ຄົນ.
ນອກຈາກການຮ່ວມມືສອງຝ່າຍແລ້ວ,
ຄະນະວິຊາການຮ່ວມມືລາວ-ອາເມລິກາ ຍັງໄດ້ນຳເອົາຊ່ຽວຊານ
ຫວຽດ ນາມ ມາຊ່ວຍຈຳນວນໜຶ່ງ. ມາເຖິງປະຈຸບັນ, ລັດຖະບານລາວ
ໄດ້ສົ່ງມອບກະດູກທະຫານ ອາເມລິກາທີ່ຫາຍສາບ ສູນໃນປາງສົງຄາມຢູ່ລາວ
ໃຫ້ແກ່ ລັດຖະບານອາເມລິກາ ແລະ ຍາດພີ່ນ້ອງຂອງຜູ້ຫາຍສາບສູນ
ຢ່າງເປັນທາງການ ແລ້ວ 224 ຄົນ ໃນຈຳນວນທັງໜົດ 572
ຄົນ ທີ່ຫາຍສາບສູນຢູ່ລາວ.