
ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ
ຜູ້ແທນປະຊາຊົນ ສູ້ຊົນເພື່ອຕີຖອຍຄວາມທຸກຍາກ
ກອງປະຊຸມສະຫະພັນລັດຖະສະພາສາກົນ ຫລື ອົງການໄອພີຢູ (IPU- Inter Parliamentary Union) ຄັ້ງທີ 118 ເຊິ່ງດຳເນີນ ເປັນເວລາ 7 ວັນ ໄດ້ອັດລົງດ້ວຍຜົນສຳເລັດໃຫມ່ ໃນວັນທີ 18 ເມສາ 2008 ທີ່ ເມືອງເຄບທາວ ສາທາ ລະນະລັດ ອາຟຣິກກາໃຕ້.
ທ່ານ ວິເສດ ສະແຫວງສຶກສາ, ຮອງຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ເຊິ່ງເປັນສະມາຊິກຂອງຄະນະຜູ້ ແທນລາວ ນຳໂດຍ ທ່ານນາງ ປານີ ຢາທໍ່ຕູ້, ຮອງປະທານສະພາແຫ່ງຊາດລາວ ໄດ້ແຈ້ງໃຫ້ຊາບວ່າ:ກອງປະຊຸມໄອພີຢູຄັ້ງນີ້ ມີລັກສະນະຄົບຊຸດ ແລະ ດຳເນີນໄປ ໃນບັນຍາກາດແຫ່ງຄວາມເປັນເອກະພາບ ແລະ ດ້ວຍຄຸນນະພາບສູງ ເຊິ່ງ ຫາຍາກໃນກອງປະຊຸມຄັ້ງຜ່ານມາ.
ກອງປະຊຸມໄດ້ຮັບຮອງເອົາ 4 ມະຕິຕົ້ນຕໍ ເຊິ່ງຕິດພັນກັບບົດບາດການເມືອງ ແລະ ຄວາມຮັບຜິດຊອບຂອງ ສະມາຊິກລັດຖະສະ ພາ ຕໍ່ໂຊກຊະຕາກຳຂອງວົງຄະນາຍາດສາກົນ, ບັນຫາກ່ຽວກັບການແກ້ໄຂ ວິກິດການດ້ານມະນຸດສະທຳ ການຮັບ ປະກັນສິດເປັນເຈົ້າ ໃນການສ້າງຕັ້ງລັດປາແລັດສະຕິນ ເຊິ່ງຄະນະຜູ້ແທນອາຟຣິກກາໃຕ້, ເອຢິບ ແລະ ອີຣານໄດ້ຮ່ວມກັນ ສະເຫນີຂຶ້ນ ນັ້ນໄດ້ຖືກຮັບຮອງ ເອົາແລະ ໄດ້ກາຍເປັນຫົວຂໍ້ສຸກເສີນ ຂອງ ກອງປະຊຸມ. ສ່ວນອີກ 3 ຫົວຂໍ້ນັ້ນ ໄດ້ແກ່ບັນຫາແຮງງານ ເຄື່ອນທີ່ ທີ່ຕິດພັນ ກັບການຄ້າມະນຸດ, ບົດບາດຂອງ ລັດຖະສະພາໃນການຕິດຕາມ ກວດກາການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫລືອ ຈາກຕ່າງປະເທດ ໂດຍລັດຖະບານ ແລະ ບັນຫາການດຸນດ່ຽງລະ ຫວ່າງຄວາມຫມັ້ນຄົງຂອງມະນຸດ ແລະ ອິດສະຫລະພາບສ່ວນບຸກຄົນ.ໄປພ້ອມໆກັບວາ ລະແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມແລ້ວ, ຄະນະຜູ້ແທນລັດຖະສະພາຈຳນວນ 129 ຄະນະ, ເຊິ່ງເປັນຕົວແທນ ໃຫ້ແກ່ສະມາຊິກລັດ ຖະສະພາ ຈຳນວນກ່ວາ 44.000 ຄົນໃນທົ່ວໂລກ ຍັງໄດ້ເຂົ້າຮ່ວມວາລະ ກອງປະຊຸມພິເສດ ທີ່ລົງເລິກທິດທາງ ຕີຖອຍຄວາມ ທຸກຍາກ ເພື່ອຮັບປະກັນການຜັນຂະຫຍາຍ 8 ເປົ້າຫມາຍສະຫັດສະວັດ, ກອງປະຊຸມວ່າດ້ວຍການຢູ່ຫລອດ ຂອງແມ່ ແລະ ເດັກ. ນອກຈາກນັ້ນ, ກໍຍັງມີກອງປະຊຸມສະເພາະ ສ.ສ ເພດຍິງ, ກອງປະຊຸມກຸ່ມລັດຖະສະພາຈາກພາກພື້ນຕ່າງໆ, ໃນນັ້ນ ລວມທັງກອງ ປະຊຸມລັດຖະສະພາ ອາຊຽນ+3, ກອງປະຊຸມກຸ່ມລັດຖະສະພາ ອາຊີ-ປາຊີຟິກ ແລະ ກອງປະຊຸມ ສະມັດ ຊາລັດຖະສະພາອາຊີ (APA -Asian Parliamentary Assembly).
ທ່ານ ວິເສດ ສະແຫວງສຶກສາ ຍັງໄດ້ໃຫ້ລາຍລະອຽດຕື່ມວ່າ: ກອງປະຊຸມໄອພີຢູຄັ້ງນີ້ ມີ ສ.ສ ເພດຍິງ ເຂົ້າ ຮ່ວມຫລາຍກ່ວາ ຄັ້ງຜ່່ານມາ, ເນື້ອໃນກອງປະຊຸມອຸດົມສົມບູນກ່ວາ ແລະ ຮັບປະກັນໄດ້ຄວາມເປັນເອກະພາບ, ຄະນະຜູ້ແທນສະພາແຫ່ງຊາດ ໄດ້ນຳໃຊ້ ເວທີກອງປະຊຸມນີ້ ສະແດງທັດສະນະຕໍ່ຫລາຍບັນຫາສາກົນທີ່ຕິດພັນກັບຜົນສຳເລັດ ແລະ ສິ່ງທ້າທາຍຕົວຈິງໃນ ສປປ ລາວ ເຊັ່ນ: ບັນຫາການພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການລຶບລ້າງຄວາມທຸກຍາກ, ວິທີແກ້ໄຂບັນຫາ ແລະ ສິ່ງທ້າທາຍກ່ຽວກັບ ແຮງງານເຄື່ອນທີ່ ແລະ ການຄ້າມະນຸດ, ການຕິດຕາມ ກວດກາລັດຖະບານ ໃນການຄຸ້ມຄອງ ແລະ ນຳໃຊ້ການຊ່ວຍເຫລືອ ຈາກຕ່າງປະເທດ, ບັນຫາການຢູ່ລອດຂອງແມ່ ແລະ ເດັກ, ບັນຫາການຄຸ້ມຄອງຊັບພະຍາກອນນ້ຳ ໂດຍຊີ້ໃຫ້ກອງປະຊຸມ ເຫັນວ່າລັດຖະສະພາ ໂດຍສະເພາະແມ່ນ ສະພາແຫ່ງຊາດລາວ ໄດ້ມີບົດບາດປະກອບສ່ວນແນວໃດແດ່ ໃນ ການແກ້ໄຂບັນຫາດັ່ງກ່າວ ຂ້າງເທິງນີ້.
ສະພາແຫ່ງຊາດລາວ ໄດ້ເຂົ້າເປັນສະມາຊິກອົງການໄອພີຢູ ໃນປີ 1990 ແລະ ຖືເອົາອົງການນີ້ເປັນເວທີເສີມສ້າງຄວາມສາມັກຄີ, ເພີ່ມພູນຄູນສ້າງການຮ່ວມມືກັບລັດຖະສະພາ ຈຳນວນກ່ວາ 140 ປະເທດ ເຊິ່ງເປັນຕົວແທນໃຫ້ຜູ້ແທນປະຊາຊົນໃນທົ່ວໂລກກ່ວາ 44.000 ຄົນ
_______________________________________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la