ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ລັດຖະມົນຕີ​ປະ​ຈຳ​ສຳນັກງານ​ປະທານ​ປະ​ເທດ ສຳເລັດການຢ້ຽມຢາມອາເມລິກາ

ໃນ​​ລະຫວ່າງ​ວັນ​ທີ 12-23 ເມສາ 2008, ທ່ານ​ສຸບັນ ສຣິດທິລາດ, ລັດຖະມົນຕີ​ປະ​ຈຳ​ສຳນັກງານ​ປະທານ​ ປະ​ເທດ, ປະທານຄະນະກຳມະການຄວບຄຸມຢາເສບຕິດ ຂັ້ນສູນ​ກາງ​ໄດ້​ເດີນທາງ​ ໄປ​ຢ້ຽມຢາມ ​ສະຫະລັດອາມ​ເລິ​ກາ, ​ເພື່ອ​ແຈ້ງ​ສະພາບ​ການ​ລົບ​ລ້າງ​ການ​ປູກ​ຟິ່ນຢູ່​ລາວ​ ແລະ​ ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ລັດຖະບານ​ອາ​ເມ​ລິ​ກາ ທີ່​ໄດ້​ໃຫ້ການ​ ຊ່ວຍ​ເຫຼືອ​ຈົນ​ເຮັດ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ ​ແລະ ​ເພື່ອ​ຂົນຂວາຍ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ຈາກ​ລັດຖະບານ​ ສະຫະລັດ, ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ 1.100 ບ້ານ ພາຍຫຼັງ​ຢຸດ​ເຊົາ​ການ​ປູກ​ຝິ່ນ ​ແລະ ຮັບປະກັນ ​ຄວາມ​ຍືນ​ຍົງ​ຂອງ​ການ​ລົບ​ລ້າງ​ການ​ປູກ​ຟິ່ນ ພ້ອມ​ທັງ​ບັນຫາ​ຢາ​ເສບ​ຕິດ​ປະ​ເພດ​ອື່ນໆ​ທີ່​ມີ​ຢູ່ລາວ.

ທ່ານ ສຸບັນ​ ສຣິດທິລາດ ໄດ້​ພົບ​ປະ​ຢ້ຽມຢາມ​ທ່ານ ດຣ ຈອນ ພ ວອນ​ເຕີ( DR john P Walter), ຜູ້​ອຳ ນວຍ​ການ​ຫ້ອງການນະ​ໂຍບາຍ​ຄວບ​ຄຸມ​ຢາ​ເສບ​ຕິດ​ ຂອງ​ທຳນຽບຂາວ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນສູງ​ຂອງ​ກະຊວງ​ການ​ຕ່າງ ປະ​ເທດ, ກະຊວງ​ປ້ອງ​ກັນປະ​ເທດ, ກະຊວງ​ຍຸຕິ​ທຳ ​ແລະ ສູນ​ຄວບ​ຄຸມ​ຢາ​ເສບ​ຕິດ ​ແລະ ຕ້ານ​ອາດຊະ​ຍາ​ກຳ ​ແລະ ອົງການຈັດຕັ້ງອື່ນໆ​ທີ່​ກ່ຽວ​ຂ້ອງ ​ກັບ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ, ນະຄອນ​ນີວຢອກ, ​ເມືອງ​ ລອດ​ແອນ​ເຈີ​ລິດ ​ແລະ ​ເມືອງ​ຮາ​ວາຍ.

​ໃນ​ເວລາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຢູ່​ນີວຢອກ, ທ່ານ​ສຸບັນ ສຣິດທິລາດ ກໍ​ໄດ້​ໃຫ້​ສຳ​ພາດ ​ອອກ​ອາກາດ​ທາງ ​ສະຖານີ​ວິທະຍຸ​ກະຈາຍສຽງ​ອາ​ເມ​ລິ​ກາ (VOA) ແລະ ໃນໂອກາດນີ້ ທ່ານໄດ້ໃຫ້ສຳພາດວ່າ “ເວົ້າ​ຕາມ​ຫຼັກການ​ທົ່ວ ​ໄປ​ແລ້ວ ລັດຖະບານ​ປະ​ເທດ​ຫນຶ່ງ ​ເຊື້ອ​ເຊີນ​ລັດຖະມົນຕີ​ອີກ​ລັດຖະບານ​ໜຶ່ງ ​ມາ​ຢ້ຽມຢາມ​ກໍ່​ສະ​ແດງ​ໃຫ້ເຫັນ​ວ່າ​ ລັດຖະບານ​ນັ້ນ ມີ​ເຈດ​ຕະນາ​ວ່າ​ຢາກ​ໃຫ້​ມີ​ການ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ​ນຳ​ກັນ​ກ່ຽວ​ກັບ​ບັນຫາ​ໃດ​ບັນ​ຫາ​ໜຶ່ງ ​ເພື່ອ ​ຄວາມ​ເຂົ້າ​ໃຈ​ກັນ ​ແລະ ຮ່ວມ​ມື​ກັນ​ໃນ​ອະນາ​ຄົດ. ການ​ຕອບ​ສະໜອງ​ການ​ເຊື້ອ​ເຊີນ​ນັ້ນ ກໍ​ແມ່ນ​ສັນຍານ​ແຫ່ງຄວາມປາດ ​ຖະໜາ​ດີຂອງ​ລັດຖະບານ​ນັ້ນ​ເຊັ່ນ​ກັນ. ສະນັ້ນ, ​ໃນ​ຖານະ​ທີ່​ຂ້າພະ​ເຈົ້າ​ຮັບຜິດຊອບບັນຫາ​ຢາ​ເສບ​ຕິດ​ຢູ່ ສປປ ລາວ ໄດ້​ ຖືກ​ເຊື້ອ​ເຊີນ​ໃຫ້​ມາ​ຢ້ຽມຢາມ ​ສະຫະລັດ​ອາ​ເມ​ລິ​ກາ​ໃນ​ເທື່ອ​ນີ້ ກໍ​ບໍ່​ແມ່ນ​ຄັ້ງທຳ​ອິດ, ນີ້ກໍ​ໝາຍ​ຄວາມ​ວ່າ ສະພາບ​ການ ​ຮ່ວມ​ມື​ໃນ​ດ້ານ​ການ ລົບລ້າງການ​ປູກ​ຝິ່ນ ແລະ ການ​ປາບ​ປາມການຄ້າຂາຍ​ຢາ​ເສບ​ຕິດ​ທີ່​ຜິດ​ກົດ​ໝາຍ​ ລະ​ຫວ່າງ 2 ປະ​ເທດ​ແມ່ນ​ດີ​ຂຶ້ນ. ສະນັ້ນ,ການ​ມາຢ້ຽມຢາມ​ຂອງ​ຂ້າພະ​ເຈົ້າ​ໃນ​ເທື່ອ​ນີ້ ແມ່ນ​ມີ​ຄວາມ​ສຳຄັນ​ຫລາຍ ​ຍ້ອນ​ມີ​ຫຼາຍ​ເຫດ ການທີ່​ຈະ​ແຈ້ງ​ໃຫ້​ກັນ​ຮູ້. ສປປ ລາວ ​ໄດ້​ລົບ​ລ້າງ​ການ​ປູກ​ຝິ່ນຢ່າງ​ເປັນ​ທາງ​ການ​ໃນ​ປີ 2006, ວົງ​ຄະນາ​ຍາດ​ສາກົນ ​ໄດ້​ ຮັບ​ຮູ້​ຢ່າງ​ເປັນ​ເອກະສັນ​ກັນ, ລັດຖະບານ​ລາວ​ ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ​ໃນ​ການ ​ປະຕິບັດ​ຖະ​ແຫລ​ງການ​ ຂອງ ​ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ສະ​ໄໝ​ພິ​ເສດ​ ປີ 1998 ດ້ວຍ​ການ​ຮ່ວມໄມ້​ຮ່ວມ​ມື​ກັບ ​ ວົງ​ຄະນາ​ຍາດ​ສາກົນ, ຊຶ່ງ​ມາ​ເຖິງ​ ປະຈຸ​ບັນນີ້ ຍັງ​ບໍ່​ທັນ​ມີ​ປະ​ເທດ​ໃດ​ໃນ​ໂລກ ທີ່​ເຮັດ​ໄດ້​ຄື​ກັບປະ​ເທດ​ຂອງ​ຂ້າພະ​ເຈົ້າ. ອັນ​ນີ້​ແມ່ນ​ການ​ປະກອບສ່ວນ​ອັນ​ ໃຫຍ່​ຫລວງ​ຂອງ ສປປລາວ ​ເຂົ້າ​ໃນ​ຄວາມ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ເພື່ອ​ເຮັດ​ໃຫ້​ໂລກ​ປາດສະຈາກ​ຢາ​ ເສບ​ຕິດ​ທຸກ​ປະ​ເພດ​ໃນ​ປີ 2018. ຕໍ່​ບັນຫາ​ດັ່ງກ່າວ​ນີ້, ໃນ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ຂອງ​ຫຼາຍ​ອົງການ​ຂອງ​ລັດ ຖະບານ​ອາ​ເມ​ລິ​ກາ ທີ່​ກ່ຽວ​ກັບການຕ້ານ​ຢາ​ເສບ​ຕິດ, ຂ້າພະ​ເຈົ້າ​ກໍ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ​ຢ່າງ​ເລີກ​ເຊີ່ງ​ຂອງ​ ລັດຖະບານ​ລາວ ​ຕໍ່​ລັດຖະບານ​ອາ​ເມ​ລິ​ກາ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ຫຼາຍ​ດ້ານ ຈົນ​ເຮັດ​ໃຫ້ການ​ລົບ​ລ້າງ​ການ​ປູກ​ຝິ່ນ​ ໄດ້​ສຳ​ເລັດ​ລົງ​ຢ່າງ​ໜ້າ​ເພີ່ງ​ພໍ​ໃຈ. ຢູ່​ວຽນ​ນາ, ນະຄອນຫລວງ​ຂອງ​ປະ​ເທດ ໂອຕຣິດສ, ໃນ​ກອງ​ປະຊຸມ​ປະ​ຈຳປີ ຂອງ​ ກຳມະການ​ຢາ​ເສບ​ຕິດ​ໃນ​ປີນີ້ ​ໄດ້​ພິຈາລະນາຜົນ​ສຳ​ເລັດ ​ແລະ ຂໍ້​ຫຍຸ້ງຍາກ​ທີ່​ຄ້າງ​ຄາ ​ໃນ​ການ​ປະຕິບັດ​ຖະ​ແຫລ​ງການ​ ຂອງ​ກອງ​ປະຊຸມ​ໃຫຍ່​ສະ​ໄໝ​ພິ​ເສດ​ຂອງ ສປຊ ປີ 1998 ເພື່ອ​ກະກຽມ​ໃຫ້​ກອງ​ປະ ຊຸມກາງ​ສະ​ໄໝທີ່​ຈະ​ເປີດ​ຂຶ້ນ​ໃນ​ປີ 2009 ຢູ່ ນິວຢອກ, ສປປລາວ ກໍ່​ອາດ​ຈະ​ຖືກ​ຍົກ​ຂຶ້ນມາ​ເປັນ​ຕົວ​ແບບ ອັນ​ໜຶ່ງ ຍ້ອນ​ມີ​ຜົນ​ສຳ​ເລັດ​ອັນ​ປະ​ເສີດ ທີ່​ທົ່ວ​ໂລກ​ຍັງ​ບໍ່​ທັນ​ເຮັດ​ໄດ້. ​ໃນ​ການ​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ຂອງສະຫະລັດ, ​ໃຜ​ກໍ່​ຖາມ​ວ່າ ​ລັດຖະບານ​ລາວ ​ສະຫຼຸບ​ແນວ​ໃດ ​ແລະ ດ້ວຍ​ເຫດຜົນ​ແນວ​ໃດ​ຈິ່ງ​ສາມາດ​ລົບ​ລ້າງ​ການ​ປູກ​ຟິ່ນ​ໄດ້. ອັນ​ນີ້ກໍ​ແມ່ນ​ອັນ​ໜຶ່ງ ທີ່​ຫລາຍ​ປະ​ເທດ​ ຢາກ​ຮູ້ ແລະ ຢາກ​ນຳ​ເອົາ ​ໄປ​ໝູນ​ໃຊ້​ ໃນ​ປະ​ເທດ​ທີ່​ບໍ່​ທັນ​ເຮັດ​ໄດ້​ຫຼືເຮັດ​​ແລ້ວ ​ແຕ່​ບໍ່​ທັນ​ສຳ​ເລັດ. ຄວາມ​ສົນ​ໃຈ​ ຂອງ​ວົງ​ຄະ​ນາ​ຍາດສາກົນ​ກໍ​ຄື​ ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ​ແມ່ນ​ຢາກ​ຮູ້​ວ່າ ​ສປປ ລາວ ​ຈະ​ເຮັດ​ຢ່າງ​ໃດຈະ​ ເຮັດ​ໃຫ້ການຢຸດຕິ​ການ ປູກ​ຝິ່ນນີ້ ຍືນ​ຍົງ​ຕະຫລອດ​ໄປ ​ແລະ ຈະ​ເຮັດ​ແນວ​ໃດ​ບໍ່​ໃຫ້​ ສປປ ລາວ ​ເປັນ​ທາງ​ຜ່ານຢາ ​ເສບ​ຕິດ​ຈາກ​ປະ​ເທດ​ນີ້​ໄປ​ປະ​ເທດ​ອື່ນ.

ຕໍ່ຄຳຖາມທີ່ວ່າ ສະຖານະ​ການ​ປູກ​ຝິ່ນຢູ່​ລາວ​ໃນ​ປະຈຸ​ບັນ​ເປັນ​ແນວ​ໃດ, ​ເປັນ​ຫຍັງ​ຈຶ່ງ​ມີສະພາບ​ການປູກ​ຝິ່ນຄືນ ນັ້ນ, ທ່ານ ສຸບັນ ສະຣິດທິຣາດ ໄດ້ໃຫ້ຄຳຕອບວ່າ: ສະພາບ​ການ​ປູກ​ຝິ່ນຢູ່ ສປປ ລາວ ​ແມ່ນ​ມີ​ໜ້ອຍ​ທີ່​ສຸດ​ໃນ​ປີ 2006 ທີ່​ປະກາດ​ວ່າ​ລາວ​ ລົບ​ລ້າງ​ການ​ປູກ​ຝິ່ນຢ່າງ​ເປັນ​ທາງ​ການ, ​ແຕ່​ກໍ່​ຍັງ​ມີ​ການ​ປູກ​ຝິ່ນຢູ່​ປະມານ 2.500 ເຮັກຕາ, ​ພໍມາ ​ເຖິງ​ປີ 2007 ຍັງ​ເຫຼືອ​ແຕ່ 1.500 ເຮັກຕາ. ແຕ່​ການ​ສຳ​ຫລວດ​ເບື້ອງຕົ້ນ​ໃນ​ປີ 2008 ນີ້​, ໄດ້​ຮູ້​ວ່າ​ ຫລາຍ​ບ່ອນ ​ກໍ​ມີ​ການ​ປູກ ​ແລະ ຫລາຍ​ບ່ອນ​ທີ່​ປູກ​ໃນ​ປີ 2007 ກໍ​ບໍ່​ມີ​ການ​ປູກ​ອີກ. ອັນ​ນີ້ກໍສະ​ແດງ​ວ່າ​ລັດຖະບານ​ ຮັກສາ​ການ​ຫຼຸດ ຜ່ອນ​ເນື້ອທີ່​ການ​ປູກ​ຟິ່ນນັ້ນລົງ​ແຕ່ລະ​ປີ​. ຕາມ​ການ​ຕີ​ລາຄາ ຂອງ CNC (Center for Narcotic and Crime) ຂອງ​ສູນ​ວິ​ໄຈ​ຢາ​ເສບ​ຕິດ ​ແລະ ອາດ​ຊະ​ຍາ​ກຳ​ ທີ່​ຂຶ້ນກັບ​ອົງການ CIA ໄດ້​ຕີ​ລາຄາ​ວ່າ: ຕາມ​ການ​ຄາດ​ຄະ​ເນການ​ປູກ ​ຝິ່ນຢູ່​ລາວ​ໃນ​ປີ 2008 ນີ້, ຫຼັງຈາກ​ປະກາດ​ວ່າ ສປປ ລາວ ບໍ່​ມີ​ການ​ປູກ​ຝິ່ນອີກ 2006 ແມ່ນ​ຢູ່​ໃນ​ລະດັບ​ດຽວ​ ກັນກັບ​ການ​ປູກ​ຝິ່ນຢູ່​ປະ​ເທດ​ໄທ​ໃນ​ປະຈຸ​ບັນ ທີ່​ປະ​ເທດ​ນີ້​ໄດ້​ປະກາດ​ເປັນ​ປະ​ເທດ​ຢຸດຕິ​ການ​ປູກ​ຝິ່ນ ມາ​ໄດ້ 20 ກວ່າ​ປີ​ ແລ້ວ.

ສຳລັບທິດ​ທາງ​ການ​ແກ້​ໄຂ​ໃນຕໍ່ໜ້າ​ນີ້, ການ​ປູກ​ຝິ່ນ​ໄດ້​ໝົດ​ໄປ ​ແຕ່​ປັດ​ໄຈ​ທີ່​ຊຸກຍູ້​ໃຫ້​ປະຊາຊົນ​ປູກ​ຝິ່ນ​ແມ່ນ​ມີ​ ຫລາຍ​ເຊັ່ນ: ຄົນ​ຕິດ​ຝິ່ນຍັງ 12.000 ຄົນ, ລວມທັງ​ຜູ້​ຖືກ​ປິ່ນປົວ​ແລ້ວ ​ແຕ່​ກັບ​ມາ​ກິນ​ຝິ່ນຄືນ, ລາຄາ​ຝິ່ນ ​ໄດ້​ເພີ່ມຂຶ້ນ​ແຕ່ລະ​ປີ, ໃນປະຈຸ​ບັນ​ເກືອບ​ຮອດ 1.000 ໂດ​ລາ​ສະຫະລັດ/ກິ​ໂລ, ຜູ້​ທີ່​ທຸກ​ຍາກ​ຫລາຍ​ກວ່າ​ໝູ່​ຢູ່ ສປປລາວ ​ແມ່ນ​ພວກ​ທີ່​ເຄີຍ​ປູກ​ຝິ່ນ; ປະຈຸ​ບັນ​ມີ​ຢູ່​ປະມານ 1.100 ບ້ານ ທີ່​ຢຸດຕິ​ການ​ປູກ​ຝິ່ນ​ແລ້ວ​ແຕ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ, ລໍຖ້າ​ການ​ຊ່ວຍ​ເຫຼືອ. ​ໃນຕໍ່ໜ້າ​ພວກ​ເຮົາ​ຈະ​ວາງ​ຍຸດ​ທະ​ສາດ​ແຕ່​ນີ້​ເຖິງ ປີ 2012 ເພື່ອ​ແກ້​ໄຂ​ບັນຫານີ້. ສະນັ້ນ, ພວກ​ ເຮົາ​ໄດ້​ຮຽກຮ້ອງ​ໃຫ້​ວົງ​ຄະ​ນາ​ຍາດ​ສາກົນ​ ພ້ອມ​ກັນ​ມາ​ຊ່ວຍເຫລືອພວກ​ເຮົາ​ ເພື່ອ​ແກ້​ໄຂ​ບັນຫາດັ່ງກ່າວ ແລະ ປະກົດວ່າ ປະຈຸບັນທຸກ​ອົງການ​ທີ່​ກ່ຽວຂ້ອງ​ກັບ​ຢາ​ເສບ​ຕິດ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ​ ແມ່ນ​ມີ​ຄວາມ​ສົນ​ໃຈ​ຕໍ່​ຍຸດ​ທະ​ສາດ​ນີ້.

_______________________________________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la