ຄໍາອວຍພອນປີໃຫມ່ ພ.ສ 2551 ຂອງພະນະທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ;
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພສ 2550 ແລະ ຕ້ອນຮັບປີໃຫມ່ປີຊວດ ພສ 2551 ຕາມຮີດຄອງປະເພນີ ອັນດີງາມຂອງຊາວລາວເຮົານີ້, ຂ້າພະເຈົ້າຕາງຫນ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງ ແນວລາວສ້າງຊາດ ຂໍສົ່ງພອນໄຊອັນປະເສີດ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພະນັກງານ, ລັດຖະກອນສະ ມາຊິກພັກ, ທະຫານ, ຕໍາຫລວດ, ນັກປະຕິວັດອາວຸໂສ, ພະນັກງານບໍານານ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າ ທຸກຊັ້ນຄົນ ໃນທົ່ວປະເທດ, ກໍ່ຄືພີ່ນ້ອງຊາວລາວທີ່ຢູ່ຕ່າງປະເທດ, ຕະຫລອດເຖິງຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ພວມດໍາລົງຊີວິດ ແລະ ປະຕິບັດຫນ້າທີ່ວຽກງານຂອງຕົນຢູ່ ສປປ ລາວ. ພິເສດ, ຂ້າພະເຈົ້າຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ແລະ ຄວາມເປັນຫ່ວງ ເປັນໄຍຂອງການນໍາພັກ ແລະ ລັດເຮົາໄປຍັງຖັນແຖວກໍາລັງປະກອບອາວຸດທີ່ກໍາລັງປະຕິບັດຫນ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າ ໃນການປົກປັກຮັກສາເຂດນໍ້າແດນດິນ ອັນຄົບຖ້ວນຂອງປະເທດຊາດ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າ. ພ້ອມກັນນີ້, ຂ້າພະເຈົ້າກໍ່ຂໍຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນມາຍັງພະນັກງານ, ລັດຖະກອນ, ນັກຮົບ ແລະ ປະຊາຊົນ ບັນດາເຜົ່າທີ່ພວມພະຍາບານຕົວ ຢູ່ໂຮງຫມໍແຫ່ງຕ່າງໆ ຈົ່ງຫາຍຈາກພະຍາດໂຣຄາທັງປວງໂດຍໄວ.ພີ່ນ້ອງຮ່ວມຊາດທີ່ຮັກແພງທັງ ຫລາຍ, ປີເກົ່າປີກຸນ ພສ 2550 ກໍ່ເປັນອີກປີຫນຶ່ງທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດມີຄວາມເຊື່ອຫມັ້ນ, ເບີກບານ ຕໍ່ຜົນສໍາເລັດໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ກໍ່ຄືການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງລັດຖະບານ, ເຊິ່ງຂະບວນການສ້າງສາພັດທະນາ ມີຄວາມຟົດຟື້ນຕັ້ງຫນ້າ. ຍອດຜະລິດຕະພັນພາຍໃນ ຂອງປະເທດເຮົາເພີ່ມຂຶ້ນໃນລະດັບ 8% ທຽບໃສ່ໄລຍະດຽວກັນຂອງປີກາຍ; ການຜະລິດສິນຄ້າຂອງປະຊາຊົນ ໃນທ້ອງຖິ່ນ ຕ່າງໆ ມີຂະບວນການດີ ແລະ ມີບັນຍາກາດໃຫມ່, ຫນໍ່ແຫນງປັດໄຈອັນຕັ້ງຫນ້າໃນການທໍາມາຫາກິນ, ປົວແປງຊີວິດການ ເປັນຢູ່ຂອງ ປະຊາຊົນໄດ້ເກີດຂຶ້ນ ແລະ ແຜ່ຫລາຍໃນຫລາຍທ້ອງຖິ່ນຂອງທົ່ວປະເທດ; ລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ແຕ່ຂັ້ນສູນກາງເຖິງຂັ້ນພື້ນຖານສືບຕໍ່ໄດ້ຮັບການກໍ່ສ້າງ ແລະ ບູລະນະໃຫ້ນັບມື້ເຂັ້ມແຂງຫນັກແຫນ້ນ; ຊີວິດການ ເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆຢ່າງຈະແຈ້ງ.
ໃນປີຜ່ານມານີ້ພວກເຮົາໄດ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີຝຣັ່ງໂກໂຟນີ ຄັ້ງທີ 23, ຈັດກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 3 ທີ່ນະຄອນຫລວງວຽງຈັນຢ່າງມີຜົນສໍາເລັດ, ເຊິ່ງເປັນການຢັ້ງຢືນໃຫ້ເຫັນກ່ຽວກັບການເຕີບໃຫຍ່ ຂະຫຍາຍຕົວທາງດ້ານການພົວພັນຮ່ວມ ມືຂອງ ສປປ ລາວ ກັບເພື່ອນມິດສາກົນ ແລະ ທັງເປັນການຍົກຖານະບົດບາດຂອງ ສປປ ລາວ ໃນເວທີສາກົນໃຫ້ສູງຂຶ້ນຕື່ມອີກ. ຜົນງານ ແລະ ໄຊຊະນະທີ່ພວກເຮົາຍາດມາໄດ້ນັ້ນ, ອີກເທື່ອຫນຶ່ງໄດ້ຢັ້ງຢືນຢ່າງ ຈະແຈ້ງວ່າປະເທດຊາດຂອງພວກເຮົາ ສືບຕໍ່ກ້າວຂຶ້ນຢ່າງຫນັກແຫນ້ນ, ພາລະກິດການປົກປັກຮັກສາ ແລະ ສ້າງສາລະບອບໃຫມ່ ຂອງພວກເຮົາໄດ້ເຂົ້າສູ່ແນວຄິດຈິດໃຈຂອງທົ່ວສັງຄົມ, ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ທັງພາຍໃນ ແລະ ຕ່າງປະເທດ; ເຊິ່ງອັນນີ້ ເປັນພື້ນຖານອັນຫນັກແຫນ້ນຢັ້ງຢືນໃຫ້ເຫັນກ່ຽວກັບພາລະກໍາອັນຍິ່ງໃຫຍ່, ຈຸດຫມາຍອັນສູງສົ່ງທີ່ພັກ ແລະ ປະຊາຊົນເຮົາ ເລືອກເອົາໄວ້ນັ້ນຈະຕ້ອງປະສົບກັບຜົນສໍາເລັດຢ່າງແນ່ນອນ.
ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ,ກ້າວເຂົ້າສູ່ປີໃຫມ່, ປີຊວດ ພ.ສ 2551 ນີ້, ເຖິງຈະຍັງມີສິ່ງທ້າທາຍທົດສອບ ແລະ ຂໍ້ຫຍຸ້ງຍາກຫລາຍປະການ, ແຕ່ພວກເຮົາກໍ່ມີເງື່ອນໄຂສະດວກ ແລະ ທ່ວງທ່າອັນດີໃນຫລາຍດ້ານ. ຢືນຢູ່ຕໍ່ຫນ້າສະພາບ ການດັ່ງກ່າວ, ຂ້າພະເຈົ້າຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ ລາວບັນດາເຜົ່າໃນທົ່ວປະເທດ, ກໍ່ຄືຊາວລາວທີ່ຢູ່ຕ່າງປະເທດຈົ່ງເພີ່ມ ທະວີຄວາມ ສາມັກຄີເປັນປຶກແຜ່ນແຫນ້ນຫນາ, ເຊີດຊູຈິດໃຈຮັກຊາດ, ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມ ເຂັ້ມແຂງ ດ້ວຍຕົນເອງ; ຂຸດຄົ້ນກໍາລັງແຮງບົ່ມຊ້ອນພາຍໃນຊາດຢ່າງສຸດຂີດ ສົມທົບກັບການຍາດແຍ່ງເອົາການ ຮ່ວມ-ມືຊ່ວຍ ເຫລືອ ຈາກພາຍ ນອກຢ່າງຕັ້ງຫນ້າ, ຜ່ານຜ່າທຸກການທົດສອບທ້າທາຍ ແລະ ກ້າວຂຶ້ນ ກໍາເອົາກາລະໂອກາດເງື່ອນໄຂອໍານວຍຕ່າງໆ ເພື່ອສືບຕໍ່ເສີມ ຂະຫຍາຍຜົນງານ ແລະ ໄຊຊະນະຂອງປີຜ່ານມາ, ສຸມໃສ່ຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ແລະ ແຜນພັດທະນາເສດຖະກິດ ສັງຄົມ 5 ປີແຫ່ງລັດ (2006 - 2010) ໃຫ້ເກີດດອກອອກຜົນຕົວຈິງ ນັບມື້ ນັບຫລາຍຂຶ້ນ, ເຮັດໃຫ້ປະເທດຊາດມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢ່າງຫນັກແຫນ້ນ, ຊີວິດການເປັນຢູ່ຂອງ ປະຊາຊົນລາວ ບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນຢ່າງບໍ່ຢຸດຢັ້ງ, ສ້າງໃຫ້ປະເທດເຮົາມີຄວາມຈະເລີນວັດທະນາ, ມີຖານະທີ່ຕັ້ງອັນ ສົມກຽດໃນ ວົງຄະນາຍາດແຫ່ງນາໆຊາດ.
ໃນໂອກາດອັນເປັນສີລິມຸງຄຸນ ແລະ ເບີກບານມ່ວນຊື່ນນີ້, ຂ້າພະເຈົ້າຂໍສົ່ງພອນໄຊອັນປະເສີດຂອງການນໍາຂອງພັກ ແລະ ລັດເຮົາມາຍັງພີ່ນ້ອງ ຮ່ວມຊາດທຸກຄົນຈົ່ງມີຄວາມສຸກໃນຊີວິດ ແລະ ມີຜົນສໍາເລັດໃນຫນ້າທີ່ວຽກງານ, ພ້ອມກັນສືບຕໍ່ບຸກບືນ ສູ້ຊົນສ້າງສາພັດທະນາລະບອບໃຫມ່, ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາໃຫ້ຮຸ່ງເຮືອງຖາວອນຍິ່ງໆຂຶ້ນ. ອວຍພອນໃຫ້ປີໃຫມ່ປີຊວດ ພສ 2551 ຈົ່ງເປັນປີ ແຫ່ງການເພີ່ມທະວີກ້ອນກໍາລັງ ມະຫາສາມັກຄີທົ່ວປວງຊົນລາວທັງຊາດພາຍໃຕ້ ການນໍາພາຂອງພັກ, ທັງເປັນປີແຫ່ງການບຸກບືນສູ້ຊົນ ສ້າງຂະບວນການອັນຫ້າວຫັນ ເພື່ອຍາດເອົາຜົນສໍາເລັດໃຫມ່ໃຫຍ່ຫລວງ ແລະ ຫນັກແຫນ້ນກວ່າເກົ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຂອງພວກເຮົາ.
______________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la