ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

 

ພະນະທ່ານ ຈູມມາລ ໄຊຍະສອນ ຕ້ອນຮັບບັນດາທ່ານນາຍົກລັດຖະມົນຕ ປະເທດເພື່ອນມິດ

 

ທີ່ສໍານັກງານປະທານປະເທດ (ຫໍຄໍາ), ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງພະນະທ່ານນາຍົກລັດຖະມົນຕີ ບັນດາປະເທດເພື່ອນມິດ ພ້ອມດ້ວຍຄະນະ, ໃນ ໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທີ 3 ຈັດຂຶ້ນຢູ່ທີ່ນະຄອນຫລວງວຽງຈັນ, ສປປ ລາວ ລະຫວ່າງວັນທີ 30-31 ມີນາ 2008 ຕາມລໍາດັບລຸ່ມນີ້.

ເວລາ 14:00 ໂມງຂອງວັນທີ 30 ມີນາ 2008, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ຫງວຽນ ເຕີນຢຸງ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງ ມາເຂົ້າຮ່ວມກອງປະຊຸມ GMS. ໂອກາດດັ່ງກ່າວນີ້, ພະນະທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີ ລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້ ຂອງພະນະທ່ານນາຍົກລັດຖະມົນຕີແຫ່ງ ສ.ສ ຫວຽດນາມ ແລະ ເຊື່ອຫມັ້ນວ່າກອງປະຊຸມຄັ້ງນີ້ ບັນດາການນໍາທີ່ເຂົ້າຮ່ວມກອງປະຊຸມ GMS ຈະປຶກສາຫາລືກັນຢ່າງເລິກເຊິ່ງ ເພື່ອເສີມຂະຫຍາຍການຮ່ວມມື ແລະ ນໍາຜົນປະໂຫຍດມາສູ່ປະຊາຊົນຂອງປະເທດ GMS. ພ້ອມກັນນີ້, ພະນະທ່ານ ຈູມມາລີ ໄຊຍະສອນ ຍັງໄດ້ສະແດງຄວາມເພິ່ງພໍໃຈຕໍ່ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອມາແລ້ວນັ້ນ ຍິ່ງນັບມື້ນັບເກີດດອກອອກຜົນຢ່າງງອກງາມ ແລະ ນໍາເອົາຜົນປະໂຍດອັນໃຫຍ່ຫລວງມາສູ່ປະຊາຊົນສອງຊາດ ເຮັດໃຫ້ ສປປ ລາວ ແລະ ສ.ສ ຫວຽດນາມ ໄດ້ຮັບ ການພັດທະນາທຸກດ້ານເປັນກ້າວໆ. ເວລາ 10:30 ໂມງຂອງວັນດຽວກັນນີ້, ທ່ານປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ເວີນເຈຍປາວ, ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດປະຊາຊົນຈີນ ພ້ອມດ້ວຍຄະນະ ໃນໂອກາດ ທີ່ເດີນທາງມາຢ້ຽມຢາມ ສປປ ລາວຢ່າງເປັນທາງການລະຫວ່າງວັນທີ 29-30 ມີນາ 2008 ແລະ ເຂົ້າຮ່ວມກອງ ປະຊຸມ GMS ຄັ້ງທີ 3. ໂອກາດ ດັ່ງກ່າວນີ້ ພະນະທ່ານ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບ ອຸ່ນ ພ້ອມທັງຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບທີ່ມີມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ-ສອງ ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ມີບາດກ້າວຂະຫຍາຍຕົວນັບມື້ນັບສູງຂຶ້ນ ໂດຍໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ສອງຝ່າຍ. ພ້ອມນີ້, ພະນະທ່ານ ຈູມມາລີ ໄຊຍະສອນ ຍັງໄດ້ສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈ ຕໍ່ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອອັນລໍ້າຄ່າ ແລະ ມີປະສິດທິຜົນອັນເປັນການປະ ກອບສ່ວນທີ່ສໍາຄັນ ເຮັດໃຫ້ພາລະກິດສ້າງສາພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າ ຂະຫຍາຍຕົວດີຂຶ້ນເປັນກ້າວໆມາ. ເວລາປະມານ 15:40 ໂມງ ຂອງວັນທີ 28 ມີນາ 2008, ທ່ານຈູມມະລີ ໄຊຍະສອນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ, ນາຍົກລັດຖະມົຕີ ແຫ່ງລາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 28-29 ມີນາ 2008 ແລະ ເຂົ້າຮ່ວມກອງປະຊຸມ GMS ຄັ້ງທີ 3. ໂອກາດດັ່ງກ່າວນີ້, ພະນະທ່ານ ຈູມມາລີ ໄຊຍະສອນ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງນາຍົກ ລັດຖະມົນຕີ ແຫ່ງລາຊະອານາຈັກກໍາປູເຈຍ ຈະເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນຮ່ວມມືຢ່າງ ແຫນ້ນແຟ້ນລະຫວ່າງ ລາວ ແລະ ກໍາປູເຈຍ ເຊິ່ງເປັນປະເທດບ້ານໃກ້ເຮືອນຄຽງມີຊາຍແດນຕິດຈອດກັນ. ພ້ອມນີ້, ພະນະທ່ານ ຈູມມາລີ ໄຊຍະສອນ ຍັງໄດ້ຊົມເຊີຍຜົນຄືບຫນ້າຂອງວຽກງານຊາຍແດນ ຊຶ່ງສອງຝ່າຍໄດ້ຮ່ວມກັນສໍາ ຫລວດແລ້ວ 465 ກິໂລແມັດ ແລະ ປັກຫລັກຫມາຍຊົ່ວຄາວໄດ້ 121 ຫລັກ ເທົ່າກັບ 86%, ສ່ວນທີ່ຍັງຄົງຄ້າງ ສະເຫນີໃຫ້ສອງຝ່າຍສືບຕໍ່ຮ່ວມມືກັນແກ້ໄຂ ບົນຈິດໃຈຍາດພີ່ນ້ອງບ້ານໃກ້ເຮືອນຄຽງ ແລະພ້ອມກັນສ້າງເງື່ອນ ໄຂ ເພື່ອເປີດດ່ານສາກົນ ລະຫວ່າງ ລາວ-ກໍາປູເຈຍ ໂດຍໄວ ແລະ ແນໃສ່ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ລະຫວ່າງປະຊາຊົນສອງປະເທດ ແລະ ສົ່ງເສີມການທ່ອງທ່ຽວ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດໃຫ້ສູງ ຂຶ້ນເລື້ອຍໆ. ຕອນທ້າຍ ພະນະທ່ານ ຈູມມາລີ ໄຊຍະສອນ ຍັງໄດ້ອວຍພອນໃຫ້ບັນດາພະນະທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນການມາຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ GMS ໃນຄັ້ງນີ້ອີກດ້ວຍ.

____________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la