ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ຖະແຫລງຜົນການປະຊຸມສຸດຍອດຜູ້ນໍາ GMS

ໃນຕອນບ່າຍວັນທີ 31 ມີນາ 2008 ທີ່ໂຮງແຮມLດອນຈັນພາເລດ, ພະນະທ່ານ ທອງລຸນ ສີສຸລິດ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຖະແຫລງກ່ຽວກັບຜົນສໍາເລັດ ຂອງກອງປະຊຸມສຸດຍອດ ບັນດາປະເທດລຸ່ມແມ່ນໍ້າຂອງ (GMS) ຄັ້ງທີ 3; ໂດຍມີທ່ານຮອງປະທານທະນາຄານພັດ ທະນາອາຊີ (ADB) ເຂົ້າຮ່ວມ.

ພະນະທ່ານ ທອງລຸນ ສີສຸລິດ ໄດ້ກ່າວວ່າ: ຂ້າພະເຈົ້າຂໍແຈ້ງຂ່າວໂດຍຫຍໍ້ ກ່ຽວກັບຜົນກອງປະຊຸມສຸດຍອດຄັ້ງ ທີ 3 ຂອງ ບັນດາປະເທດອະນຸພາກພື້ນແມ່ນໍ້າຂອງທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ຊຶ່ງໄດ້ດໍາ ເນີນມາແຕ່ ວັນທີ 30ມີນາ 2008 ແລະ ສໍາເລັດລົງໃນມື້ນີ້ (ວັນທີ 31 ມີນາ 2008) ຫລັງຈາກນັ້ນ, ພວກຂ້າພະເຈົ້າ ກໍພ້ອມຈະຕອບຄໍາຖາມຂອງພວກທ່ານ.

ກ່ອນອື່ນ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ ທ່ານລໍເຣັນ ກຣີນວູດ (Lawrence Greenwood), ຮອງປະທານ ທະນາຄານພັດທະນາອາຊີ (ADB) ທີ່ມາຮ່ວມກັບຂ້າພະເຈົ້າ ແຈ້ງຂ່າວ ຕໍ່ບັນດາທ່ານກ່ຽວກັບຜົນ ຂອງກອງປະຊຸມສຸດຍອດ ແລະ ບັນຫາອື່ນໆ ໃນການຮ່ວມມືທາງດ້ານເສດຖະກິດ ຂອງບັນດາປະເທດອະນຸພາກລຸ່ມນໍ້າຂອງ ໃນຄັ້ງນີ້.

ຕະຫລອດສອງວັນທີ່ຜ່ານມາ, ບັນດາຜູ້ນໍາຂອງ 6 ປະເທດແມ່ນໍ້າຂອງຄື: ກໍາປູເຈຍ, ສປ ຈີນ, ສປປ ລາວ, ສະຫະພາບມຽນມາ, ລາຊະອານາຈັກໄທ, ແລະ ສ.ສ ຫວຽດນາມ ໄດ້ພົບປະຫາລືກັນ ເພື່ອທົບທວນຄວາມຄືບຫນ້າ ຂອງແຜນງານ GMS ແລະ ໄດ້ຕົກລົງກ່ຽວກັບທິດທາງການຮ່ວມມືໃນອະນາຄົດ.

ຫົວຂໍ້ກອງປະຊຸມສຸດຍອດ ຄັ້ງທີ 3 ຄັ້ງນີ້ແມ່ນ “ເພີ່ມທະວີຄວາມສາມາດແຂ່ງຂັນດ້ວຍການຂະຫຍາຍການ ເຊື່ອມຕໍ່”. ບັນດາຜູ້ນໍາ 6 ປະເທດ ຄື: ນາຍົກລັດຖະມົນຕີແຫ່ງລາຊະອານາຈັກກໍາປູເຈຍ ທ່ານ ຮຸນແຊນ, ນາຍົກລັດ ຖະມົນຕີ ສປ ຈີນ ທ່ານ ເວີນ ເຈຍປາວ, ນາຍົກລັດຖະມົນຕີ ສປປ ລາວ ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະ ມົນຕີສະຫະພາບ ມຽນມາ ທ່ານ ເຕັ່ງເຊັ່ງ, ນາຍົກລັດຖະມົນຕີລາຊະອານາຈັກໄທ ທ່ານ ສະຫມັກ ສູນທໍລະເວດ ແລະ ນາຍົກລັດຖະມົນຕີ ສ.ສ ຫວຽດນາມ ທ່ານ ຫງວຽນເຕີນຢຸງ ໄດ້ປຶກສາຫາລືກັນກ່ຽວກັບຊ່ອງທາງ ເພື່ອເຮັດໃຫ້ ການຮ່ວມມືດ້ານເສດຖະກິດລະຫວ່າງປະເທດ GMS ເລິກເຊິ່ງເພື່ອພ້ອມກັນກ້າວໄປສູ່ຄວາມສີວິໄລກ້າວຫນ້າ. ບັນດາຜູ້ນໍາ ໄດ້ປຶກສາຫາລືກັນວ່າຈະເຮັດແນວໃດໃຫ້ການເພີ່ມທະວີການເຊື່ອມຕໍ່ນັ້ນ ສາມາດຊ່ວຍຂະຫຍາຍຕະຫລາດ, ປັບປຸງການບໍລິການດ້ານສັງຄົມໃຫ້ດີຂຶ້ນ ແລະ ປົກປ້ອງສິ່ງແວດລ້ອມ. ປະທານ ADB ເຊິ່ງເປັນຄູ່ຮ່ວມພັດທະນາທີ່ສໍາຄັນຂອງແຜນງານ GMS ແລະ ເປັນອົງການປະສານງານທີ່ນໍາຫນ້າ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເຊັ່ນກັນ.

ໃນກອງປະຊຸມສຸດຍອດ GMS ນີ້, ໄດ້ມີພິທີຕ່າງໆທີ່ເປັນການພິສູດ ຄວາມຄືບຫນ້າຕ່າງໆພາຍໃຕ້ແຜນງານ GMS ເຊັ່ນ: ພິທີເປີດເສັ້ນທາງສ່ວນທີ່ຜ່ານພາກເຫນືອຂອງ ສປປ ລາວ ຂອງແລວທາງຂົນສົ່ງ ຈາກຄຸນມິງ ຫາ ບາງ ກອກ, ການເປີດເຄືອຂ່າຍຂໍ້ມູນຂ່າວສານຂະຫນາດກວ້າງຂວາງ ລະຫວ່າງ 6 ປະເທດ, ພິທີເຊັນຂໍ້ຕົກລົງດ້ານພະລັງງານ ແລະ ການເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຫັນແລວທາງຂົນສົ່ງໄປເປັນແລວເຊື່ອມຕໍ່ເສດຖະກິດ.

ກອງປະຊຸມສຸດຍອດ GMS ຄັ້ງທີ 3 ເປັນເຫດການທີ່ເປັນຂີດຫມາຍສໍາຄັນໃນຫລາຍໆແງ່; ເປັນກອງ ປະຊຸມສຸດຍອດຄັ້ງທໍາອິດ ທີ່ບັນດາຜູ້ນໍາໄດ້ຮັບຮອງເອົາແຜນປະຕິບັດງານ ຄື: ແຜນປະຕິບັດງານວຽງຈັນ ສໍາລັບການ ພັດທະນາ GMS ເຊິ່ງບັນລຸຂໍ້ລິເລີ່ມບູລິມະສິດຕ່າງໆໃນແຜນງານ GMS ໃນ 9 ຂະແຫນງການຂອງການຮ່ວມມື ແຕ່ 2008-2012; ບັນດາຜູ້ນໍາ GMS ໄດ້ລົງນາມໃນຖະແຫລງການຮ່ວມຂອງບັນດາຜູ້ນໍາ ເປັນສະບັບທໍາອິດ ຂອງ ປະຫວັດຂອງກອງປະຊຸມສຸດຍອດ GMS ແລະ ແຜນປະຕິບັດງານເປັນພາກຫນຶ່ງ ທີ່ສອດສານເຂົ້າກັບຖະແຫລງການຮ່ວມ; ເປັນຄັ້ງທໍາອິດ ທີ່ບັນດາຕົວແທນຊາວຫນຸ່ມຈາກບັນດາປະເທດ GMS ໄດ້ເຂົ້າຮ່ວມເຫດການທີ່ສໍາຄັນໆຂອງ GMS ແລະ ໄດ້ຍື່ນສານຮ່ວມຂອງຕົນຕໍ່ບັນດາຜູ້ນໍາ GMS; ສຸດທ້າຍ, ບັນດາຜູ້ນໍາ GMS ກໍສາມາດສົນທະນາກັບ ຕົວແທນຂອງພາກທຸລະກິດຂອງພາກພື້ນ ແລະ ຮັບຄໍາສະເຫນີຈາກເຂົາເຈົ້າ ວ່າຈະເຮັດແນວໃດ ພາກພື້ນນີ້ຈຶ່ງຈະມີ ຄວາມສາມາດແຂ່ງຂັນສູງຂຶ້ນ?

ກອງປະຊຸມສຸດຍອດ ຄັ້ງທີ 3 ແມ່ນເປັນປະໂຫຍດຫລາຍ, ມັນໄດ້ນໍາເອົາການຮ່ວມມື GMS ຂຶ້ນໄປສູ່ລະດັບສູງກ່ວາ ແລະ ຫຍັບ GMS ເຂົ້າໃກ້ວິໃສທັດຮ່ວມຂອງຕົນ ທີ່ຈະເຮັດໃຫ້ພາກພື້ນເປັນພາກພື້ນທີ່ລວມຕົວ, ມີຄວາມ ວັດທະນາ ແລະ ມີຄວາມກົມກຽວ. ____________________________________________________________________

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la