
ສາຍພົວພັນມິດຕະພາບ
ລາວ-ຫວຽດນາມ
ຂະຫຍາຍຕົວຮອບດ້ານ
ການພົບປະກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງ ສປປ. ລາວ ນໍາໂດຍ ສະຫາຍ ບຸນຍັງ ວໍລະຈິດ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງ ສສ. ຫວຽດນາມ ນໍາໂດຍ ສະຫາຍ ນາງ ຫງວຽນ ທີ ຢວານ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 21 ເມສາ 2008 ນີ້, ທີ່ສໍານັກງານປະທານປະເທດ ນະຄອນຫລວງວຽງຈັນ, ເພື່ອເຈລະຈາຢ່າງເປັນທາງການ ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນມີມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ - ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ມີ
ສະຫາຍ ບຸນຍັງ ວໍລະຈິດ, ໃນນາມຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ພ້ອມທັງໄດ້ແຈ້ງໃຫ້ຊາບເຖິງ ສະພາບການອັນພົ້ນເດັ່ນ ໃນການພັດທະນາສ້າງສາປະເທດ ຂອງ ສປປ ລາວ, ແຈ້ງໃຫ້ຊາບ ກ່ຽວກັບການຜັນຂະຫຍາຍບັນດາມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງ ພັກ ປະຊາຊົນ ປະຕິວັດລາວ ແນໃສ່ປະຕິບັດໃຫ້ໄດ້ຄາດໝາຍ ໃນການຮັບປະກັນສະເຖຍລະພາບ ແລະ ຄວາມສະຫງົບໃຫ້ໜັກແໜ້ນ, ສ້າງເສດຖະກິດໃຫ້ເຕີບໂຕໃນລະດັບ 7,5% ຂຶ້ນໄປ, ສຸມໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ ແລະ ເອົາໃຈໃສ່ ພັດທະນາ ວັດທະນະທໍາ-ສັງຄົມ ແລະ ເນັ້ນໜັກການພັດທະນາ ຊັບພະຍາກອນມະນຸດ ເພື່ອຕອບສະໜອງໄດ້ຈັງຫວະການຂະຫຍາຍຕົວຂອງປະເທດ. ພ້ອມດຽວກັນ ສະຫາຍ ບຸນຍັງ ວໍລະຈິດ ຍັງໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າບັນດາຂະແໜງການຕ່າງໆຂອງ ສອງປະເທດ ໄດ້ພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ຊຶ່ງໄດ້ສະແດງອອກນັບແຕ່ຕົ້ນປີ 2008 ເປັນຕົ້ນມາ ການນໍາຂັ້ນສູງຂອງບັນດາກະຊວງ, ຂະແໜງການຕ່າງໆຂອງປະເທດ ໄດ້ແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ ຢ່າງເນື່ອງນິດລຽນຕິດ ເພື່ອເສີມສ້າງສາຍພັວພັນມິດຕະພາບ ອັນເປັນມູນເຊື້ອ, ການພົວພັນ ແບບພິເສດ ແລະ ທັງເປັນການຜັນຂະຫຍາຍ ແລະ ຈັດຕັ້ງບັນດາຂໍ້ຕົກລົງຂອງສອງກົມການເມືອງ, ບົດບັນທຶກກອງປະຊຸມຄັ້ງທີ 30 ສັນຍາ ວ່າດ້ວຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ລະຫວ່າງ ລັດຖະບານ ສປປ. ລາວ ແລະ ລັດຖະບານ ສສ. ຫວຽດນາມ ປະຈໍາປີ 2008 ທີ່ສອງຝ່າຍ ໄດ້ລົງນາມກັນ ໃນປີ 2008. ສະຫາຍ ນາງ ຫງວຽນ ທີ ຢວານ ກໍໄດ້ຕາງໜ້າໃຫ້ພັກ, ລັດລັດຖະບານ ແລະ ປະຊາຊົນ ຫວຽດນາມ ສະແດງຄວາມປິຕິຍິນດີ ຕໍ່ຄໍາເວົ້າອັນຈົບງາມ ຂອງ ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ຕີລາຄາສູງ ຕໍ່ພາຍພົວພັນຮ່ວມມື ຫວຽດນາມ-ລາວ ແລະ ແຈ້ງໃຫ້ຊາບກ່ຽວກັບສະພາບການອັນພົ້ນເດັ່ນຂອງ ຫວຽດນາມ ໃຫ້ຝ່າຍລາວຊາບ ເຖິງຜົນສໍາເລັດອັນໃຫຍ່ຫລວງທີ່ ຫວຽດນາມຍາດມາໄດ້ໃນພາລະກິດປ່ຽນແປງໃໝ່ ໃນຊຸມປີຜ່ານ ມາ ເຮັດໃຫ້ປະເທດຫວຽດນາມ ມີການພັດທະນາຢ່າງວ່ອງໄວ ເພື່ອກ້າວໄປສູ່ການກາຍເປັນປະເທດອຸດສາ ຫະກໍາ ທີ່ຂະຫຍາຍຕົວໂດຍພື້ນຖານ ໃນປີ 2020. ທັງສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ລະຫວ່າງສອງປະເທດ ໃນຕໍ່ໜ້າ ແລະ ຢືນຢັນອີກຈະສືບຕໍ່ຮ່ວມມືກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປົກປັກຮັກສາ, ຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ ແລະ ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າ ທີ່ບໍ່ມີມື້ຈືນຈາງ ໃຫ້ຮຸ້ນລູກຫລານໄດ້ສືບທອດຕໍ່ໄປ. ທັງສອງຝ່າຍ ຍັງໄດ້ຄີລາຄາສູງ ແລະ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງ ທີ່ເຫັນວ່າໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ- ຫວຽດນາມ, ຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງທາງເລິກ ແລະ ທາງກວ້າງໃນທຸກຂົງເຂດ ເປັນຕົ້ນ ທາງດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດ ທະນະທໍາ-ສັງຄົມ ແລະ ການຕ່າງປະເທດ, ການຮ່ວມມືດ້ານການສ້າງຊັບພະຍາກອນມຸດ ທີ່ເປັນຂົງເຂດການຮ່ວມມືບູລິມະສິດຂອງສອງຝ່າຍ ສະຫາຍ ນາງ ຫງວຽນ ທີ ຢວານ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນ ໃນຕອນເຊົ້າຂອງ ວັນດຽວກັນ ເພື່ອເຄື່ອນໄຫວຢ້ຽມຢາມ ສປປ ລາວ ເປັນເວລາ 5 ວັນຄື ນັບແຕ່ວັນທີ 21 - 25 ເມສາ 2008 ນີ້. /.
______________________________________________________________________________
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ ,ອີເມວ : ict@mofa.gov.la