ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ວັນທີ 18 ມີນາ 2008, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກ ລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ໄດ້ຕ້ອນຮັບທ່ານ ສຈ.ດຣ. ຫງວຽນຮົກກຽວ ລັດຖະມົນຕີຊ່ວຍວ່າການ ກະຊວງສາທາລະນະສຸກແຫ່ງ  ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ສະແດງຄວາມຍິນດີ ຕ້ອນຮັບທ່ານ ສຈ.ດຣ. ຫງວຽນຮົກກຽວ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງຈະເປັນນິມິດຫມາຍ ສຳຄັນໃນການເສີມສ້າງສາຍພົວພັນ ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ - ສອງ ລັດ ແລະ ປະຊາຊົນສອງຊາດລາວ - ຫວຽດນາມ ເວົ້າລວມ ເວົ້າສະເພາະກໍ່ແມ່ນວຽກງານ ກະຊວງສາທາລະ ນະສຸກ ລາວ - ຫວຽດນາມ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດມາ ໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la