ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານ ສົມສະຫວາດ ເລັ່ງສະຫວັດ ຕ້ອນຮັບທູດຝຣັ່ງປະຈຳລາວ ຄົນໃຫມ່


ວັນທີ 19 ມີນາ 2008, ທ່ານ ສົມສະຫວາດ ເລັ່ງສະຫວັດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ໄດ້ຕ້ອນຮັບທ່ານ  ຟຣັງຊົວ ເຊເນໂມ (Mr. Francois SENEMAUD), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຝຣັ່ງ ຄົນໃຫມ່ປະຈຳ ສປປ ລາວ.  ໃນໂອກາດດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ Francois SENEMAUD ທີ່ໄດ້ມາດຳລົງຕຳແຫນ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດຝຣັ່ງປະຈຳ ສປປ ລາວ ແລະ ຫວັງຢ່າງຍິ່ງວ່າ ທ່ານທູດຈະປະກອບສ່ວນເສີມສ້າງສາຍພົວພັນອັນດີລະຫວ່າງ ສປປ ລາວ - ຝຣັ່ງ ໃຫ້ຂະຫຍາຍຕົວເລື້ອຍໆໄປ.

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la