ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອິດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາ | ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /ບັນດາເອກອັກຄະລັດຖະທູດ ແລະ ກົງສູນໃຫຍ່ ແຫ່ງ ສປປລາວ ທີ່ຕ່າງປະເທດ /

ສ້າງອະນຸພາກພື້ນແມ່ນ້ຳຂອງ ເປັນພາກພື້ນແຫ່ງການລວມຕົວຢ່າງກົມກຽວ

ໃນລະຫວ່າງການໃຫ້ສຳພາດທາງໂທລະພາບ ໃນວັນທີ 24 ມີນາ 2008 ນີ້, ທ່ານ ດຣ. ທອງລຸນ ສີສຸລິດ,  ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ໃນນາມປະທານຄະນະກຳມະການລະດັບ ຊາດ ໃນການກະກຽມກອງປະຊຸມສຸດຍອດ GMS ຄັ້ງທີ 3 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນມໍ່ໆນີ້  ໄດ້ເນັ້ນ ເຖິງ ຄວາມເປັນມາ ແລະ ຂໍ້ມູນພື້ນຖານພາກພື້ນແມ່ນ້ຳຂອງ (GMS) ປະກອບດ້ວຍ 6 ປະເທດ ຄື: ສປປ ລາວ, ສປ ຈີນ, ສ.ສ ຫວຽດນາມ, ລາຊະອານາຈັກກຳປູເຈຍ, ລາຊະອານາຈັກໄທ ແລະ ສະຫະພາບມຽນມາ.  ປີ 1992, ບັນດາ ປະເທດເຫລົ່ານີ້ ໄດ້ຕົກລົງເຂົ້າຮ່ວມແຜນການຮ່ວມມືດ້ານເສດຖະກິດ GMS ເພື່ອຈຸດປະສົງຊຸກຍູ້ການເຊື່ອມ ໂຍງທາງດ້ານເສດຖະກິດໃນອະນຸພາກພື້ນ, ແນໃສ່ສ້າງອະນຸພາກພື້ນແມ່ນ້ຳຂອງ ໃຫ້ເປັນພາກພື້ນແຫ່ງການລວມຕົວ ມີຄວາມ ກົມກຽວກັນ ແລະ ວັດທະນາຖາວອນ. ໃນພາກປະຕິບັດຕົວຈິງ, ໃນໄລຍະຕົ້ນ ແມ່ນສຸມໃສ່ຂະແຫນງການ ຂົນສົ່ງ ແລະ ຂະແຫນງພະລັງງານ. ປະຈຸບັນ ໄດ້ຂະຫຍາຍອອກໂດຍກວມເອົາທັງຫມົດ 9 ຂະແຫນງການ ຄື: ຂົນສົ່ງ, ພະລັງງານ, ໂທລະຄົມມະນາຄົມ, ສິ່ງແວດລ້ອມ,  ການພັດທະນາຊັບພະຍາກອນມະນຸດ, ການທ່ອງ ທ່ຽວ, ການຄ້າ,  ການລົງທຶນ ແລະ ກະສິກຳ.
               ເພື່ອຈັດຕັ້ງປະຕິບັດການຮ່ວມມືດັ່ງກ່າວ, ໄດ້ມີການຕົກລົງສຸມໃສ່ປະຕິບັດ 11 ແຜນງານທີ່ເປັນຄັນທຸງຄື:  ສ້າງເສັ້ນທາງເຊື່ອມຕໍ່ເຫນືອ-ໃຕ້ (ແຕ່ຄຸນຫມິງ-ບໍ່ເຕັນ-ຫ້ວຍຊາຍ-ຊຽງຣາຍ-ບາງກອກ), ສ້າງເສັ້ນທາງເຊື່ອມ ຕໍ່ຕາເວັນ ອອກ-ຕາເວັນຕົກ (ແຕ່ທ່າເຮືອດານັງ-ສະຫວັນນະເຂດ-ມຸກດາຫານ-ມຽນມາ), ສ້າງເສັ້ນທາງເຊື່ອມຕໍ່ພາກໃຕ້ (ແຕ່ພາກ ໃຕ້ຂອງລາວ-ສີຫານຸວິນຂອງກຳປູເຈຍ), ສ້າງເຄືອຂ່າຍໂທລະຄົມມະນາຄົມ ເຊື່ອມຕໍ່ ແລະ ຄ້າຂາຍ ພະລັງງານພາກພື້ນ,  ອຳນວຍຄວາມສະດວກແກ່ການຄ້າຂ້າມຊາຍແດນ ແລະ ການລົງທຶນ, ເພີ່ມທະວີການເຂົ້າຮ່ວມ ແລະ ຄວາມສາມາດ ແຂ່ງຂັນຂອງພາກເອກະຊົນ, ພັດທະນາຊັບພະຍາກອນ ມະນຸດ ແລະ ທັກສະດ້ານ ສິ່ງແວດລ້ອມ; ຄວບຄຸມໄພນ້ຳຖ້ວມ ແລະ ດິນທາມ. ການພັດທະນາການທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ ໃນ 11 ແຜນງານຄັນທຸງນັ້ນ ໄດ້ມີການກຳນົດ ເອົາ 10 ໂຄງການພັດທະນາພື້ນຖານໂຄງ ລ່າງ, ເຊິ່ງມີມູນຄ່າທັງຫມົດ ປະມານ 2 ພັນລ້ານໂດລາສະຫະລັດ; ໃນນັ້ນ ສປປ ລາວ ມີໂຄງການພື້ນຖານໂຄງລ່າງມູນຄ່າ 482,7 ລ້ານໂດລາສະຫະລັດ ຄື: ໂຄງການສ້າງເສັ້ນທາງເລກ 9, ໂຄງ ການໄຟຟ້ານ້ຳຕົກເທີນ-ຫີນບູນ ແລະ ເຂື່ອນໄຟຟ້ານ້ຳລີກ, ໂຄງການ ເສັ້ນທາງແຕ່ຈຳປາສັກ-ຊາຍແດນກຳປູເຈຍ, ໂຄງການເສັ້ນ ທາງແຕ່ບໍ່ເຕັນ-ຫ້ວຍຊາຍ.
               ທ່ານຮອງນາຍົກລັດຖະມົນຕີ ຍັງກ່າວເຖິງຜົນປະໂຫຍດທີ່ ສປປ ລາວ ໄດ້ຮັບຈາກການຮ່ວມມືດັ່ງກ່າວ ໃນໄລຍະຜ່ານມາ; ໂດຍສະເພາະໃນຂະແຫນງພະລັງງານ ສ້າງລາຍຮັບຈາກການຂາຍກະແສໄຟຟ້ານ້ຳຕົກເທີນ-ຫີນ ບູນ ແລະ ເຂື່ອນໄຟຟ້ານ້ຳລີກ ທີ່ມີມູນຄ່າລວມ 380 ກວ່າລ້ານໂດລາສະຫະລັດ, ຊຶ່ງເປັນໂຄງການທຳອິດທີ່ມີການຮ່ວມ ມືຂອງພາກເອກະຊົນ ໂດຍ ADB ໃຫ້ເງິນກູ້ຢືມ, ສົນທິສັນຍາວ່າດ້ວຍການເຊື່ອມຕໍ່ ແລະ ການຄ້າພະລັງງານພາກ ພື້ນ ໃນຂະແຫນງຂົນສົ່ງເສັ້ນທາງເລກ 9 ທີ່ເປັນເສັ້ນທາງເຊື່ອມຕໍ່ຕາເວັນອອກ-ຕາເວັນຕົກ, ເສັ້ນທາງແຕ່ຈຳປາສັກ-ຊາຍແດນກຳປູເຈຍ, ຂົວຂ້າມນ້ຳຂອງລະຫວ່າງຊາດແຫ່ງທີສອງສະຫວັນນະເຂດ-ມຸກດາຫານ, ສົນທິສັນຍາວ່າດ້ວຍ ການຂົນສົ່ງຂ້າມແດນ GMS, ເສັ້ນທາງ K3 ແຕ່ບໍ່ເຕັນ-ຫ້ວຍຊາຍ, ການຕົກລົງກັນລະຫວ່າງ ສປປ ລາວ, ສປ ຈີນ  ແລະ ຣາຊະອານາຈັກໄທ ກ່ຽວກັບບັນຫາການເງິນສຳລັບການກໍ່ສ້າງຂົວຂ້າມນ້ຳຂອງ ລະຫວ່າງຊາດແຫ່ງທີ 3 ຫ້ວຍຊາຍ-ຊຽງຂອງ, ໃນຂະແຫນງໂທລະຄົມມະນາຄົມ, ໄດ້ສຳເລັດໂຄງການກະດູກສັນຫລັງເຄືອຂ່າຍໂທຄົມມະນາຄົມ,  ໃນຂະ ແຫນງການທ່ອງທ່ຽວ ໄດ້ຮັບເງິນກູ້ຢືມ ຈຳນວນ 10 ລ້ານໂດລາ ຈາກ ADB ເພື່ອພັດທະນາພື້ນຖານໂຄງລ່າງການ ທ່ອງທ່ຽວ. ປະຈຸບັນ ADB ພວມສະເຫນີໃຫ້ລັດຖະບານ ຮັບເອົາການຊ່ວຍເຫລືອລ້າຈຳນວນ 10 ລ້ານໂດລາ  ສຳລັບ ໂຄງການພັດທະນາການທ່ອງທ່ຽວແບບຍືນຍົງ ໄລຍະສອງ ເພື່ອສ້າງ GMS ກໍຄື ສປປ ລາວ ໃຫ້ເປັນປາຍທາງດຽວ ຂອງການທ່ອງທ່ຽວ, ໃນຂະແຫນງພັດທະນາຊັບພະຍາກອນມະນຸດ; ADB ໄດ້ໃຫ້ການຊ່ວຍເຫລືອລ້າດ້ານສາທາລະ ນະສຸກແກ່ໂຄງການຕ້ານພະຍາດຊາ (SARA) ແລະ ພະຍາດໄຂ້ຫວັດສັດປີກ, ການເຝິກອົບຮົມພະນັກງານຂອງ ສປປ ລາວ  ຈຳນວນ 300 ຄົນ ພາຍໃຕ້ແຜນພະນົມເປັນ ເພື່ອຄຸ້ມຄອງການພັດທະນາສຳລັບປີ 2008-2010; ADB ໄດ້ກຽມທຶນ ກູ້ຢືມ ແລະ ທຶນຊ່ວຍເຫລືອລ້າສຳລັບໂຄງການຕ່າງໆໃຫ້ແກ່ ສປປ ລາວ ແລະ ໂຄງການພາກພື້ນລວມມູນຄ່າທັງຫມົດ 364,9 ລ້ານໂດລາສະຫະລັດ; ໃນນັ້ນ, ສະເພາະ ສປປ ລາວ ກໍມີຫລາຍໂຄງການລວມເປັນມູນຄ່າ 113,6 ລ້ານໂດລາ ສະຫະລັດ.
               ສຳລັບກົນໄກການຈັດຕັ້ງ ແລະ ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ (GMS), ໃນໄລຍະຕົ້ນ ໄດ້ມີກອງ ປະຊຸມລະດັບລັດຖະມົນຕີປີລະຫນຶ່ງຄັ້ງ, ກອງປະຊຸມເຈົ້າຫນ້າທີ່ອາວຸໂສປີລະ 1
?2 ຄັ້ງ ແລະ ຫລັງຈາກປີ 2001 ກໍໄດ້ມີການແຕ່ງຕັ້ງຜູ້ປະສານງານລະດັບຊາດແຜນງານ GMS ຊຶ່ງມີການປະຊຸມປີລະເທື່ອ. ມາເຖິງປີ 2002, ລາຊະອານາ ຈັກກຳປູເຈຍ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດຄັ້ງປະຖົມມະເລີກ ຂອງຜູ້ນຳ GMS ທີ່ພະນົມເປັນ, ຊຶ່ງໄດ້ຮັບຮອງເອົາຖະແຫລງການຮ່ວມ ແລະ ແຜນພະນົມເປັນ. ໃນຖະແຫລງການຮ່ວມ ໄດ້ມີການຕົກລົງຈັດກອງປະຊຸມສຸດ ຍອດທຸກໆ 3 ປີ ໂດຍຫມູນວຽນກັນເປັນເຈົ້າພາບຕາມລຳດັບ ຕົວອັກສອນສາກົນ, ໃນປີ 2005 ສປ ຈີນ ກໍໄດ້ເປັນ ເຈົ້າພາບຈັດກອງປະຊຸມຂອງຜູ້ນຳປະເທດ GMS ຄັ້ງທີ 2 ທີ່ຄຸນຫມິງ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la