ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ກອງປະຊຸມຄະນະລັດຖະສະພາ ທີ່ໃຊ້ພາສາຝຣັ່ງ
ກອງປະຊຸມຄັ້ງທີ III ຂອງສະມັດຊາລັດຖະສະພາໃຊ້ພາສາຝຣັ່ງ ໃນພູມີພາກອາຊີ-ປາຊີຟິກ ໄດ້ຈັດຂຶ້ນໃນຕອນເຊົ້າ
ວັນທີ 27 ມີນາ 2008 ນີ້ ຢູ່ທີ່ໂຮງແຮມໂນໂວເທວ, ໂດຍເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້, ຮອງປະທານສະພາ
ແຫ່ງຊາດ, ຊຶ່ງມີຕາງຫນ້າຜູ້ຮັບຜິດຊອບພູມີພາກອາຊີ-ປາຊີຟິກ ຂອງສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງ ຫລື (Asia
Pacific Francophonie parliaments “APF”),
ຕາງຫນ້າຫ້ອງການເລຂາທິການໃຫຍ່ (APF), ຫົວຫນ້າຄະນະ ແລະ ສະມາຊິກ
ລັດຖະສະພາຈາກ ສ.ສ ຫວຽດນາມ, ກຳປູເຈຍ, ລາວ ແລະ
ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຄືວັນທີ 27-28 ມີນາ 2008 ຊຶ່ງຈະໄດ້ມີການປຶກສາ
ຫາລືກ່ຽວກັບການເຄື່ອນໄຫວວຽກງານຕ່າງໆ ຈາກຜູ້ຮັບຜິດຊອບພູມີພາກອາຊີ-ປາຊີຟິກ ຂອງສະມັດຊາລັດຖະສະພາທີ່ໃຊ້ພາສາ
ຝຣັ່ງ ແລະ ຕາງຫນ້າຫ້ອງການເລຂາທິການ ໃຫຍ່ (APF). ຈາກນັ້ນ, ທີ່ປະຊຸມກໍຈະໄດ້ພ້ອມກັນປຶກສາຫາລື
ແລກປ່ຽນ ຄວາມຄິດເຫັນໃນລັກສະນະສ້າງສັນ ລະຫວ່າງບັນດາ
ຜູ້ເຂົ້າຮ່ວມ ເພື່ອກຳນົດການພົວພັນຮ່ວມມື ແລະ
ວາງແຜນການທິດທາງ ວຽກງານໃນຕໍ່ ຫນ້າ; ພ້ອມທັງບັນຫາສຳຄັນ
ອື່ນໆອີກ ຈຳນວນຫນຶ່ງ. ກອງປະຊຸມຄັ້ງນີ້ ຈະຊ່ວຍໃຫ້ມີຄວາມສະດວກໃນການ
ປຶກສາຫາລືແລກປ່ຽນຄວາມ ເຫັນ ແລະ ການພົວພັນ
ຮ່ວມມືກັບບັນດາປະເທດທີ່ມີປະຫວັດສາດ, ເສດຖະກິດການເມືອງໃກ້ຄຽງ
ກັນ ພ້ອມທັງຈະຊ່ວຍໃຫ້ພູມີພາກອາຊີ-ປາຊີຟິກ ໄດ້ສະແດງໃຫ້ເຫັນລັກສະນະສະເພາະ ແລະ ການສ້າງຄຸນຄ່າຈາກອຸດົມຮັ່ງ
ມີ ເພື່ອຜົນປະໂຫຍດລວມຂອງ ສະມັດຊາລັດຖະສະພາ ທີ່ໃຊ້ພາສາຝຣັ່ງອີກດ້ວຍ.