ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນຫວຽດນາມ

          ເມື່ອວັນທີ 26 ມີນາ 2008 ທີ່ນະຄອນຫລວງວຽງຈັນ, ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບຄະນະຜູ້ແທນໂຮງຮຽນ T78 ສສ ຫວຽດນາມ ຊຶ່ງນຳໂດຍ ທ່ານ ມາຍແອັງ, ຮອງຫົວ ຫນ້າກົມພົວພັນຕ່າງປະເທດ, ກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ, ໃນໂອກາດທີ່ຄະນະຜູ້ແທນ ດັ່ງກ່າວເດີນທາງມາເຄື່ອນ ໄຫວຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 2530/3/2008.

          ທ່ານຮອງນາຍົກລັດຖະມົນຕີ ດຣ. ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນ ໂຮງຮຽນ T78 ຫວຽດນາມທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນເສີມສ້າງສາຍພົວພັນ ຮ່ວມມືຮອບດ້ານ ແລະ ຄວາມສາມັກຄີແບບພິເສດລະຫວ່າງລາວ - ຫວຽດນາມ ທີ່ມີມາ ແລ້ວນັ້ນໃຫ້ນັບມື້ແຕກດອກອອກຜົນຍິ່ງໆ ຂຶ້ນ. ທ່ານ ມາຍແອັງ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ, ພ້ອມນີ້ຍັງໄດ້ແຈ້ງ ຈຸດປະສົງຂອງການມາຢ້ຽມຢາມລາວໃຫ້ທ່ານໄດ້ຮັບຊາບ ໂດຍມີຈຸດປະສົງ ເພື່ອມາເຂົ້າຮ່ວມງານພົບປະອະດີດນັກຮຽນ, ນັກສຶກສາ ລາວທີ່ຮຽນຈາກໂຮງຮຽນບຳລຸງວັດທະນະທຳ ມິດຕະພາບ T78 ແລະ ເຂົ້າຮ່ວມງານສະເຫລີມສະຫລອງ ວັນສ້າງຕັ້ງໂຮງຮຽນ ດັ່ງກ່າວຄົບຮອບ 50 ປີ.

 

 
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la