ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ສະຫາຍ ດຣ.ທອງລຸນ ສີສຸລິດ ຕ້ອນຮັບ ຄະນະຜູ້ແທນສັນຕິພາບຫວຽດນາມ

ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 27/3/2008, ສະຫາຍ ດຣ.ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງ ພັກ, ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງຄະນະຜູ້ແທນ ຄະນະກຳມະການສັນຕິພາບຫວຽດນາມ ນຳໂດຍສະຫາຍ ຫງວຽນວັນວິງ, ຮອງປະທານ ຄະນະກຳມະ ການດັ່ງກ່າວ. ໃນລະຫວ່າງການຢ້ຽມຂ່ຳນັບ, ສະຫາຍ ຫງວຽນວັນຮວິງ ໄດ້ແຈ້ງສະພາບການພັດທະນາ ເສດຖະກິດ  ສັງຄົມຂອງ ສສ ຫວຽດນາມ ໂດຍສັງເຂບ, ການເຄື່ອນໄຫວວຽກງານສັນຕິພາບຂອງຄະນະກຳມະການສັນຕິພາບຫວຽດນາມ ໃນໄລຍະຜ່ານມາ ແລະ ການ ກະກຽມການໄປຮ່ວມກອງປະຊຸມໃຫຍ່ຂອງສະພາສັນຕິພາບໂລກ ຊຶ່ງຈະຈັດຂຶ້ນທີ່ກາລາກັດສ, ປະເທດເວເນຊູເອລາ ໃນຕົ້ນ ເດືອນເມສາ 2008 ນີ້. ສະຫາຍ ຫງວຽນວັນຮວິງ ຫວັງວ່າ ຄະນະຜູ້ແທນຂອງລາວ ຈະເຂົ້າຮ່ວມ ກອງປະຊຸມດັ່ງກ່າວ. ສະຫາຍ ດຣ.ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມຂອງ ຄະນະກຳມະການສັນຕິພາບ ຫວຽດນາມໃນຄັ້ງນີ້ ເຊິ່ງຈະເປັນການ ປະກອບສ່ວນ ແລະ ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຂອງ ສອງປະເທດເວົ້າລວມ, ເວົ້າສະເພາະແມ່ນ ສອງອົງການສັນຕິພາບ ໃຫ້ນັບມື້ນັບແຕກ ດອກອອກຜົນ ແລະ ຂະຫຍາຍຕົວ ຕະຫລອດໄປ. ສະຫາຍ ດຣ. ທອງລຸນ ສີສຸລິດ ຍັງອວຍ ພອນໃຫ້ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ. ສະຫາຍ ຫງວຽນວັນຮວິງ ສະແດງຄວາມຂອບໃນຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດຂອງ ຝ່າຍລາວ ໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ໃຫ້ຄຳຫມັ້ນວ່າຈະສືບຕໍ່ຮັກສາສາຍພົວພັນອັນດີ, ໃຫ້ການສະຫນັບ ສະຫນູນ ແລະ ແລກປ່ຽນບົດຮຽນກັບຄະນະສັນຕິພາບ ແລະ ສາມັກຄີຂອງລາວກໍ່ຄືປະຊາຊົນລາວບັນດາເຜົ່າ.

 

 

 
ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la