ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານການຮ່ວມມືພັດທະນາດ້ານພະລັງງານໄຟຟ້າ


ໃນວັນທີ 25 ມີນາ 2008, ທ່ານ ນົບພະດົນ ປັດທະມະ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ແລະ ໄດ້ຮ່ວມກັບ ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ລະຫວ່າງສອງລັດຖະບານ ໂດຍການເຂົ້າຮ່ວມຂອງເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງຝ່າຍ. ໃນບົດບັນທຶກຄວາມເຂົ້າໃຈ ສະບັບນີ້, ລັດຖະບານລາວ ແລະ ໄທ ຕົກລົງຈະສະໜັບສະໜູນໃຫ້ບໍລິສັດເອກະຊົນລົງທຶນໃນການສຶກສາຄວາມເປັນໄປໄດ້ ໂດຍພາກລັດຖະບານ ບໍ່ຕ້ອງຮັບພາລະຄ່າໃຊ້ຈ່າຍໃນການສຶກສາດັ່ງກ່າວ ແລະ ຈາກນັ້ນ, ຈຶ່ງລາຍງານໃຫ້ ລັດຖະບານຂອງທັງສອງປະເທດ ເພື່ອພິຈາລະນາ ດຳເນີນການພາຍໃຕ້ລະບຽບ ແລະ ກົດໝາຍຂອງທັງສອງປະເທດ. ໃນການຢ້ຽມຢາມຄັ້ງນີ້, ທ່ານ ນົບພະດົນ ປັດທະມະ ພ້ອມດ້ວຍ ຄະນະໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ດຣ. ທອງລຸນ ສີສຸລິດ ແລະ ຄະນະຝ່າຍລາວ. ໂດຍ ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ນົບພະດົນ ປັດທະມະ ແລະ ຄະນະ, ຊຶ່ງເປັນການຢ້ຽມ ຢາມລາວອີກຄັ້ງໜຶ່ງ ພາຍຫລັງຄັ້ງຫລ້າສຸດບໍ່ເຖິງໜຶ່ງເດືອນ ອັນໄດ້ສະແດງເຖິງການພົວພັນຮ່ວມມືທີ່ ແຕກດອກອອກຜົນ, ການພົວພັນ ແລະ ຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ນອກນັ້ນ, ທ່ານ ດຣ. ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ ທ່ານ ນົບພະດົນ ປັດທະມະ ຊາບກ່ຽວກັບຄວາມຄືບໜ້າຂອງການກະກຽມ ຂອງຝ່າຍລາວໃຫ້ ແກ່ກອງປະຊຸມສຸດຍອດພາກພື້ນ GMS ທີ່ຈະດຳເນີນຢູ່ນະຄອນ ຫລວງວຽງຈັນ ແຕ່ວັນທີ 30-31 ມີນາ 2008.    ທ່ານ ນົບພະດົນ ປັດທະມະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນຂອງ ທ່ານ ດຣ. ທອງລຸນ ສີສຸລິດ ກໍ່ຄືຝ່າຍລາວ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງຝ່າຍລາວ ໃນການກະກຽມ ປັນເຈົ້າພາບກອງປະຊຸມສຸດຍອດ GMS. ທ່ານ ນົບພະດົນ ປັດທະມະ ພ້ອມຄະນະ ໄດ້ເດີນທາງກັບປະເທດ ໃນຄໍ່າຄືນວັນ ດຽວກັນ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la