ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານ ດຣ. ທອງລຸນ ສີສຸລິດ ຊົມເຊີຍ ລັດຖະມົນຕີຕ່າງປະເທດມາເລເຊຍ


ວັນທີ 20 ມີນານີ້, ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງ ການຕ່າງປະເທດ, ໄດ້ສົ່ງໂທລະເລກຊົມເຊີຍເຖິງ ພະນະທ່ານ ດາຕຸກ ເສຣິ ອຸຕາມາ ດຣ. ຣາຍ ຢາຕິມ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງມາເລເຊຍ ທີ່ກົວລາລຳເປີ. ໂທລະເລກຂຽນວ່າ: ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແຫນ່ງເປັນ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ມາເລເຊຍ, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງປະສົບແຕ່ຜົນສຳເລັດ ອັນສະຫງ່າງາມໃນພາລະກິດອັນມີກຽດ ແລະ ສູງສົ່ງຂອງ ພະນະທ່ານ. ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມເຮັດວຽກກັບ ພະນະທ່ານ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດພວກເຮົາ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດ ລາວ ແລະ  ມາເລເຊຍ ກໍ່ຄືຄວາມເຂັ້ມ ແຂງຂອງຄອບຄົວອາຊຽນ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la