ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານ ທອງສິງ ທຳມະວົງ ພົບປະ ທ່ານ ອູປາງໂກ່ວ ແລະ ທ່ານ ເວີນເຈຍປາວ

 ທ່ານ ທອງສິງ ທຳມະວົງ, ປະທານສະພາແຫ່ງຊາດລາວ ໄດ້ຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ ວັນທີ 24 ມີນາ 2008. ທ່ານ ໄດ້ພົບກັບ ທ່ານ ອູປາງໂກ່ວ, ປະທານສະພາປະຊາຊົນແຫ່ງຊາດຈີນ ແລະ ທ່ານ ເວີນ ເຈຍປາວ, ນາຍົກລັດຖະມົນຕີຈີນ, ຕາມລຳ ດັບ. ທ່ານ ອູປາງໂກ່ວ ກ່າວວ່າ: ສະພາປະຊາຊົນແຫ່ງຊາດຈີນ ຈະຮັກສາ ການຢ້ຽມຢາມຂັ້ນສູງ ເຊິ່ງກັນ ແລະ ກັນ ແລະ ດຳເນີນການ ແລກປ່ຽນບົດຮຽນດ້ານການບໍລິຫານປົກຄອງປະເທດ ກັບ ສະພາແຫ່ງຊາດລາວ, ເຮັດໃຫ້ການປະສານສົມທົບໃນອົງການສະພາສາກົນ ແລະ ພາກພື້ນໃຫ້ແຫນ້ນແຟ້ນກວ່າເກົ່າ, ເພີ່ມພະລັງຊີວິດໃຫມ່ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ຂະຫຍາຍໄປສູ່ລວງ ລິກຢ່າງຮອບດ້ານ. ໃນ ເວລາພົບປະ ທ່ານ ທອງສິງ ທຳມະວົງ, ທ່ານ ເວີນເຈຍປາວ ກ່າວວ່າ: ຈີນ ຍິນດີເພີ່ມຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ດ້ານການເມືອງ ແລະ ການຮ່ວມມືກັບຝ່າຍລາວ, ຝ່າຍຈີນຈະສືບຕໍ່ປະຕິບັດໂຄງການຊ່ວຍເຫລືອລ້າໃຫ້ດີ, ເພື່ອໃຫ້ ຝ່າຍລາວຍົກສູງຄວາມສາມາດໃນການພັດທະນາຕົນເອງ. ທ່ານ ທອງສິງ ທຳມະວົງ ກ່າວວ່າ: ລາວຕ້ອງການ ເພີ່ມທະວີການຮ່ວມມືລະ ຫວ່າງສອງຝ່າຍໃນຂົງເຂດຕ່າງໆ ໂດຍສະເພາະໃນຂົງເຂດເສດຖະກິດການຄ້າ, ຖອດຖອນເອົາ ບົດຮຽນໃນການພັດທະນາຂອງຈີນ ໃຫ້ດີກວ່າເກົ່າ. ທ່ານກ່າວຢໍ້າວ່າ: ລາວ ຄັດຄ້ານການກະທຳແບ່ງແຍກຈີນ ບໍ່ວ່າໃນ ຮູບການໃດໆ ແລະ ສະຫນັບສະຫນູນງານກິລາ ໂອລິມປິກທີ່ປັກກິ່ງ ແລະ ຫວັງວ່າການເປັນເຈົ້າພາບຈັດງານກິລາ ໂອລິມປິກຂອງຈີນຈະປະສົບຜົນສຳເລັດຢ່າງສະຫງ່າງາມ. (ຕາມແຫລ່ງຂ່າວຂອງ ສປປ ຈີນ)

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la