ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ສະ​ເຫລີມ​ສະ​ຫລອງວັນ​ຟຣັງ​ໂກ​ໂຟ​ນີ​ສາ​ກົນ

ໃນ​ຕອນ​ບ່າຍ​ວັນ​ທີ 26 ມີ​ນາ 2008 ຢູ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໄດ້​ມີ​ການ​ສະ​ເຫລີມ​ສະ​ຫລອງວັນ​ຟ​ຣັງ​ໂກ​ໂຟ​ນີ​ສາ​ກົນ. ໂດຍ​ການ​ເປັນ​ປະ​ທານ​ຂອງ​ ທ່ານ ພົງ​ສະ​ຫວັດ ບຸບ​ຜາ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຮັບ​ຜິດ​ຊອບ​ວຽກ​ງານ​ ຟຣັງ​ໂກ​ໂຟ​ນີ, ໂດຍ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ, ​ຊ່ວຍ​ວ່າ​ການ, ພະ​ນັກ​ງານ​ອາ​ວຸ​ໂສ, ກະ​ຊວງ, ກົມ​ກອງ ​ອ້ອມ​ຂ້າງ​ສູນ​ກາງ, ບັນດາ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ເທດທີ່​ໃຊ້​ພາ​ສາ​ຝ​ຮັ່ງ ​ປະ​ຈຳ​ລາວ​ ຕະ​ຫລອດ​ຮອດ ຄູ​-​ອາ​ຈານ, ນັກ​ຮຽນ-​​ນັກ​ສຶກ​ສາ ສາຍ​ພາ​ສາ​ຝ​ຮັ່ງ​ເຂົ້າ​ຮ່ວມ 400 ກວ່າ​ຄົນ.

ໃນ​ໂອ​ກາດ​ນີ້, ທ່ານ ພົງ​ສະ​ຫວັດ ບຸບ​ຜາ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ຂອງວັນ​ຝ​ຣັງ​ໂກ​ໂຟ​ນີ ກໍ​ຄື​ບົດ​ບາດ​ອົງ​ການ​ຟຣັງ​ໂກ​ໂຟ​ນີ​ ຢູ່​ໃນ​ໂລກ ແລະ ທ່ານ ຍັງ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມບັນ​ດາ​ລັດ​ຖະ​ມົນ​ຕີ​ຟ​ຣັງ​ໂກ​ໂຟ​ນີ ​ຄັ້ງ​ທີ 23 ທີ່ ສ​ປ​ປ ລາວ ເປັນ​ເຈົ້າ​ພາບ. ​ໂດຍ​ສະ​ເພາະ​ແມ່ນ​ການ​ຮັບ​ຮອງ​ເອົາ​ຫົວ​ຂໍ້ “ ພາ​ສາ​ຝ​ຣັ່ງ​ ແມ່ນ​ເຄື່ອງ​ມື​ແຫ່ງ​ຄວາມ​ສາ​ມັກ​ຄີ ແລະ ​ການ​ສົ່ງ​ເສີມ​ຄວາມ​ ຫລາກ​ຫລາຍ ​ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ​ ພາ​ສາ” ທີ່​ ສປ​ປ ລາວ ສະ​ເໜີ​ນັ້ນ​ ອັນ​ເປັນ​ການ​ຊຸກ​ຍູ້​ໃຫ້​ມີ​ການ​ສືບ​ຕໍ່​ໂຄງ​ສົ່ງ​ເສີມຄຸນ​ຄ່າ​ ການສິດ​ສອນ ແລະ​ການ​ຮຽນ​ພາ​ສາ​ຝ​ຣັ່ງ​ຢູ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ​ທັງ​ເປັນ​ແບບ​ຢ່າງ​ທີ່​ດີ​ແກ່​ພາກ​ພື້ນ​ອື່ນ​ອີກ​ດ້ວຍ.

ທ່ານລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຍັງ​ໄດ້ຍົກ​ໃຫ້​ເຫັນ ​ເຖິງ​ສະ​ພາບ​ການ​ສິດ​ສ​ອນພາ​ສາ​ຝ​ຣັ່ງ ຢູ່ ສ​ປ​ປ ລາວ ຊຶ່ງ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ ແລະ​ ເຮັດ​ແນວ​ໃດ​ໃຫ້​ພ້ອມ​ກັນ​ເສີມ​ຂະ​ຫຍາຍ​ ເພື່ອ​ດຶງ​ດູດ​ໃຫ້​ມີຄວາມ​ສົນ​ໃຈ​ຮຽນ​ພາ​ສາ​ຝ​ຣັ່ງ​ຫລາຍ ​ຂຶ້ນ. ນອກຈາກ​ນີ້, ຍັງ​ມີ​ການມອບ​ລາງວັນ​ໃຫ້ແກ່​ບັນ​ດາ​ນັກຮຽນ-​​ສຶກ​ສາ​ ຂອງ​ໂຮງ​ຮຽນ​ຕ່າງໆ​ ທີ່​ຊະ​ນະ​ເລີດ​ໃນ​ການ​ແຂ່ງ​ຂັນ​ປະ​ກວດ ​ຮ້ອງ​ເພງ, ສະ​ແດງ​ລະ​ຄອນ, ອ່າ​ນກາບກອນ ແລະ ​ຕອບ​ຄຳ​ຖາມ​ພາ​ສາ​ຝ​ຣັ່ງ​ອີກ​ດ້ວຍ.

ການ​ສະ​ເຫລີມ​ສະ​ຫລອງວັນ​ຟ​ຣັງ​ໂກ​ໂຟ​ນີ​ສາກົນ ວັນ​ທີ 20 ມີ​ນາ ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ທຸກໆ​ປີ​ ດ້ວຍ​ຫລາຍ​ຮູບ​ແບບ. ສະ​ເພາະ​ປີ​ນີ້​, ກໍ​ໄດ້​ມີ​ການ​ຈັດ​ສັບ​ປະ​ດາ​ຟຣັງ​ໂກ​ໂຟ​ນີ ຊຶ່ງໄດ້​ເລີ່ມ​ແຕ່​ວັນ​ທີ 17-​26 ມີ​ນາ 2008 ແລະ​ ມີ​ກິດ​ຈະ​ກຳ​ຫລາຍ​ຢ່າງ​ ທີ່​ໄດ້ຈັດຂຶ້ນ​ຢູ່ນະ​ຄອນ​ຫລວງວຽງ​ຈັນ, ​ຢູ່​ແຂວງ​ຫລວງ​ພະ​ບ​າງ, ສະ​ຫວັນ​ນະ​ເຂດ, ຈຳ​ປາ​ສັກ ເປັນຕົ້ນແມ່ນກິດ​ຈະ​ກຳ​ດ້ານ​ສິນ​ລະ​ປະ ວັດ​ທະ​ນະ​ທຳ, ກິ​ລາ, ສຶກ​ສາ​ວິ​ທະ​ຍາ​ສາດ, ເວ​ທີ​ຈັດ​ຫາ​ງານ ແລະ ​ອື່ນ​ໆ​ອີກ​.

ໃນ​ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ທ່ານ ຝຣັງ​ຊົວ ເຊ​ເນ​ໂມ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝ​ຣັ່ງ ​ປະ​ຈຳ​ລາວ ໄດ້​ຈັດ​ງານ​ລ້ຽງ​ ເພື່ອ​ ສະ​ເຫລີມ​ສະ​ຫລອງວັນ​ສຳ​ຄັນ​ດັ່ງ​ກ່າວ ຢູ່​ທີ່​ສະ​ຖານ​ທູດ​ຝ​ຣັ່ງ,​ ນະຄອນຫລວງວຽງຈັນ ໂດຍ​ມີ​ບັນ​ດາທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ, ຊ່ວຍ​ວ່າ​ການ, ຫົວ​ໜ້າ​ກົມ, ຮອງ​ກົມ, ອົງ​ການ​ຈັດ​ຕັ້ງ​ສາ​ກົນທີ່​ໃຊ້​ພາ​ສາ​ ຝ​ຣັ່ງ ເຂົ້າ​ຮ່ວມ.

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la