ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ສ. ເກົາຫລີ ໃຫ້ທຶນກູ້ຢືມ ປັບປຸງພື້ນຖານໂຄງລ່າງ
ຢູ່ ສປປ ລາວ
ໃນຕອນເຊົ້າຂອງວັນທີ
27 ມີນາ 2008 ນີ້, ທີ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານສັນຍາວ່າດ້ວຍການ
ຈັດຫາກູ້ຢືມທຶນ ຈາກ ກອງທຶນຮ່ວມພັດທະນາເສດຖະກິດ (EDCF)
ຂອງ ສ.ເກົາຫລີ ສຳລັບ 2 ໂຄງການຄື: ໂຄງການພັດທະນາ ແຄມຂອງຮອບດ້ານຂອງ
ນະຄອນຫລວງວຽງຈັນ ໃນມູນຄ່າ 37 ລ້ານກວ່າໂດລາສະຫະລັດ
ແລະ ໂຄງການປັບປຸງເສັ້ນທາງ ແຕ່ສາມ ແຍກດອນໜູນ ເຖິງ
ສະໜາມກິລາຊີເກມ ມູນຄ່າ 3
ລ້ານໂດລາສະຫະລັດ.

ທັງສອງໂຄງການນີ້
ລ້ວນແຕ່ເປັນໂຄງການທີ່ສຳຄັນ ໃນການປະກອບສ່ວນ ອັນໜັກແໜ້ນ
ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຂອງ ສປປ ລາວ
ໃຫ້ມີ ຄວາມຄືບໜ້າໄປອີກກ້າວໜຶ່ງ, ເຊິ່ງໂຄງການພັດທະນາແຄມຂອງຮອບດ້ານຂອງ
ນະຄອນຫລວງວຽງຈັນ ມີຄວາມຍາວທັງໝົດ 12,2 ກິໂລແມັດ
ແລະ ແບ່ງອອກເປັນ 2 ໄລຍະ, ລວມມີໂຄງການປ້ອງກັນຕາຝັ່ງເຈື່ອນ,
ປ້ອງກັນຄັນຄູນ້ຳຖ້ວມ, ປັບປຸງເສັ້ນ ທາງອ້ອມດອນຈັນ
ເຖິງ ຫລັກ 3 ແລະ ສ້າງສວນສາທາລະນະ ຊຶ່ງນອກຈາກຈະເຮັດ
ໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ອາໃສ່ຢູ່ເຂດແຄມແມ່ນ້ຳຂອງ
ມີຄວາມ ປອດໄພແລ້ວ ຍັງປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ
ໃຫ້ມີຄວາມສວຍງາມ ແລະ ກາຍເປັນສະຖານທີ່ພັກຜ່ອນ ຂອງຊາວນະຄອນຫລວງວຽງຈັນ
ກໍຄືແຂກຕ່າງປະເທດອີກດ້ວຍ. ສຳລັບໂຄງການປັບປຸງແສັ້ນທາງແຕ່
ສາມແຍກດອນໜູນ ເຖິງ ສະໜາມກິລາຊີເກມ ມີຄວາມຍາວທັງໝົດ
4,5 ກິໂລແມັດ, ອັນໄດ້ປະກອບສ່ວນເຂົ້າໃນການປັບປຸງພື້ນຖານໂຄງລ່າງ
ເພື່ອຮອງຮັບ ໃຫ້ແກ່ການເປັນເຈົ້າພາບ ຈັດການແຂງຂັນກິ
ລາຊີເກມ ຢູ່ ສປປ ລາວ ໃນປີ 2009.
ຮ່ວມລົງນາມໃນຂໍ້ຕົກລົງຄັ້ງນີ້,
ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແມ່ນ ທ່ານ ດຣ. ທອງລຸນ
ສີສຸລິດ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແລະ ທ່ານ ປາກ ແຈ ຮູນ (Park Jae -hyun), ເອກອັກຄະລັດຖະທູດ
ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກົາຫລີ ປະຈຳ
ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງພະນັກງານຂັ້ນສູງ
ຈາກ ກະຊວງການຕ່າງປະເທດ ແລະ ຈາກສະຖານທູດ ສ. ເກົາຫລີ
ຈຳນວນໜຶ່ງ.