ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ການຍື່ນສານຕາຕັ້ງຂອງທ່ານທູດລາວຕໍ່ເຈົ້າຊີວິດແບນຊິກ
ໃນວັນທີ 12
ມີນາ
2008,
ທ່ານ ສຸທຳ ສາກົນນິຍົມ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ
ສົມເດັດ ອານແບັກ
II,
ເຈົ້າຊີວິດແຫ່ງລາຊະອານາຈັກ ແບັນຊິກ, ເພື່ອດຳລົງຕຳແຫນ່ງ
ເປັນເອກອັກຄະລັດຖະທູດ
ວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ລາຊະ
ອານາຈັກ
ແບນຊິກ. ໃນໂອກາດດັ່ງກ່າວ, ທ່ານ ສຸທຳ ສາກົນນິຍົມ ໄດ້ສົ່ງຄຳຢື້ຢາມ
ຖາມຂ່າວ ແລະ ອວຍພອນໄຊອັນປະເສີດຂອງທ່ານ ປະທານປະເທດແຫ່ງ ສປປ
ລາວ ເຖິງອົງສົມເດັດ ອານແບັກ
II
ເພື່ອພະລານາໄມອັນສົມບູນຂອງອົງສົມເດັດ ແລະ ເພື່ອ
ຄວາມວັດທະນາຖາ
ວອນຂອງປະຊາຊົນ ແລະ ລາຊະອານາຈັກແບນຊິກ. ນອກນັ້ນ,
ທ່ານທູດກໍ່ໄດ້ຍົກບັນຫາການຮ່ວມມືລາວ-ແບນຊິກ ແລະ ເຜີຍແຜ່ທິດທາງການ
ພັດທະນາເສດຖະກິດຂອງລາວ
ຕໍ່ອົງສົມເດັດ ອານແບັກ
II
ເພື່ອຍາດແຍ່ງເອົາການ ຊ່ວຍເຫລືອຈາກແບນຊິກ. ພ້ອມກັນນັ້ນ,
ອົງສົມເດັດ ອານແບັກ
II
ໄດ້ຝາກຄວາມ
ຂອບໃຈເຖິງປະທານປະເທດ ແຫ່ງ ສປປ ລາວ ຕໍ່ຄຳອວຍພອນອັນຈົບງາມ
ແລະ ໄດ້ມີຄວາມສົນໃຈ ບາງບັນຫາສຳຄັນຄື: ການພັດທະນາ ເສດຖະກິດຂອງລາວ,
ບັນຫາການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ (UXO),
ແລະ ບັນຫາການຮ່ວມມືລາວ-ແບນຊິກ. ອົງສົມເດັດ ໄດ້ມີຄຳເຫັນຕໍ່ບັນຫາທີ່ລັດຖະບານແບນຊິກຕັດຊື່
ສປປ ລາວ ອອກຈາກບັນຊີລາຍຊື່ ປະເທດຄູ່ຮ່ວມມື (PartnerCountry)
ວ່າຍ້ອນແບນຊິກ
ໄດ້ປະສົບຄວາມຫຍຸ້ງຍາກດ້ານເສດຖະກິດພາຍໃນ. ແຕ່ເຖິງຢ່າງໃດກໍ່ຕາມ,
ເພິ່ນ
ຈະແຈ້ງຂໍ້ສະເຫນີຂອງຝ່າຍລາວໃຫ້ລັດຖະບານແບນຊິກຊາບ
ເພື່ອຊຸກຍູ້ໃຫ້ ພິຈາລະນາເອົາປະເທດລາວເຂົ້າບັນຊີປະເທດຄູ່ຮ່ວມມືຄືນ.