ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ
ວັນທີ 21 ມີນາ 2008 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບທ່ານ ຮວ່າງຕວນແອງ, ລັດຖະມົນຕີວ່າການກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ,   ທ່ານ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຮວ່າງຕວນແອງ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງຈະເປັນການເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມ ມືຮອບດ້ານແບບພິເສດລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ທີ່ມີມາແລ້ວນັ້ນ ໃຫ້ນັບ ມື້ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ທ່ານ ຮວ່າງຕວນແອງ ໄດ້ຕາງຫນ້າໃຫ້ຄະນະ ຂອບອົກຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນຂອງທ່ານ ບົວສອນ ບຸບຜາວັນ ໃນຄັ້ງນີ້. ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃຫ້ທ່ານນາຍົກຊາບອີກດ້ວຍ.

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la