ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ທ່ານ ທອງສິງ ທຳມະວົງ ຢ້ຽມຢາມສປ ຈີນ ແລະ ສ.ມົງໂກລີ
ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານປະທານສະພາ ປະຊາຊົນແຫ່ງຊາດຈີນ
ແລະ ທ່ານປະທານ ສະພາຄູຣານ
ໃຫຍ່ແຫ່ງ
ສ.ມົງໂກລີ, ທ່ານ ທອງສິງ ທຳມະວົງ,
ປະທານສະພາແຫ່ງຊາດ, ໄດ້ນຳ ພາຄະນະຜູ້ແທນຂັ້ນສູງສະພາ
ແຫ່ງຊາດເດີນທາງໄປຢ້ຽມຢາມ ສປ ຈີນ ແຕ່ວັນທີ
24-30
ມີນາ
2008
ແລະ ສືບຕໍ່ເດີນທາງຢ້ຽມຢາມ ສ.ມົງໂກລີ ລະຫວ່າງວັນທີ
30
ມີນາ ວັນທີ
3
ເມສາ
2008
ນີ້. ຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມດັ່ງກ່າວ ແມ່ນເພື່ອເພີ່ມ
ທະວີສາຍພົວພັນມິດຕະພາບ , ແລກປ່ຽນ ການຮ່ວມມືລະຫວ່າງ ສປປ ລາວ
ແລະ ສປ ຈີນ ແລະ ສ.ມົງໂກລີ ໂດຍສະເພາະລະຫວ່າງອົງການ
ນິຕິບັນຍັດໃຫ້ແຫນ້ນແຟ້ນຍິ່ງຂຶ້ນ,
ປຶກສາຫາລື,
ແລກປ່ຽນທັດສະນະກ່ຽວກັບການ
ສະຫນັບສະຫນູນ
ແລະ ພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຈີນ,
ສະພາຄູຣານໃຫຍ່
ແຫ່ງມົງໂກລີ ແລະ ບັນຫາສາກົນທີ່ແຕ່ລະຝ່າຍ ມີຄວາມສົນໃຈນຳກັນ,
ຢ້ຽມຢາມພື້ນຖານເສດຖະກິດ ແລະ ວັດທະ ນະທຳຈຳນວນຫນຶ່ງ.
ພ້ອມນັ້ນຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດກໍ່ຈະໄດ້ພົບປະ ແລະ ເຮັດວຽກ
ກັບຜູ້ນຳຂັ້ນສູງຂອງ ສປ ຈີນ ແລະ ສ.ມົງໂກລີ ຈຳນວນຫນຶ່ງເຊັ່ນ:
ສະຫາຍ ອູປັງກົວ, ປະທານ ສະພາປະຊາຊົນແຫ່ງຊາດຈີນ,
ສະຫາຍ
ນາຍົກລັດຖະມົນຕີແຫ່ງ ສປ ຈີນ ແລະ ຢ້ຽມຢາມຂໍ່າ ນັບພະນະ
ທ່ານປະທານາທິບໍດີແຫ່ງ ສ.ມົງໂກລີ,
ພົບປະສອງ
ຝ່າຍກັບປະທານສະພາຄູຣານໃຫຍ່ແຫ່ງ ມົງໂກລີ,
ພົບປະກັບທ່ານນາຍົກລັດຖະມົນຕີແຫ່ງ ສ.ມົງໂກລີ.