ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ລັດຖະມົນຕີຕ່າງປະເທດ ແຫ່ງລາຊະອານາຈັກໄທ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະຫນອງຕາມຄຳເຊີນຂອງ ລັດຖະມົນຕີວ່າການກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ທ່ານ ນົບພະດົນ ປັດທະມະ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ  ແຫ່ງລາຊະອານາຈັກໄທ, ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນະຄອນຫລວງວຽງຈັນ ໃນຕອນຄ່ຳຂອງວັນທີ 21 ກຸມພາ 2008 ນີ້. ໃນກອງປະຊຸມພົບປະ ສອງຝ່າຍຕ່າງກໍໄດ້ເນັ້ນເຖິງການພົວພັນມິດຕະພາບອັນຍາວນານ ຖານບ້ານໃກ້ເຮືອນຄຽງລະຫວ່າງສອງປະເທດ ທີ່ຍາມໃດກໍໄດ້ຕັ້ງຫນ້າປັບປຸງເສີມ ຂະຫຍາຍການພົວພັນຮ່ວມມືທີ່ດີບໍ່ວ່າທາງດ້ານການເມືອງ, ຄວາມຫມັ້ນຄົງ, ເສດຖະກິດ, ການຄ້າ, ການທ່ອງທ່ຽວ, ວັດທະນະທຳ ແລະ ອື່ນໆ.

ສອງຝ່າຍ ໄດ້ທົບທວນຄືນ ຜົນສຳເລັດໃນການພົວພັນຮ່ວມມືນຳກັນ ທີ່ມີຜົນຄືບຫນ້າຢ່າງຫນ້າ ເພິ່ງພໍໃຈ ເຊັ່ນ: ການຄ້າ ແລະ ການເຊື່ອມຕໍ່ດ້ານໂຄງລ່າງພື້ນຖານ ເປັນຕົ້ນແມ່ນຂົວມິດຕະພາບ  ລາວ-ໄທ ແຫ່ງທີສອງ ສະຫວັນນະເຂດ-ມຸກດາຫານ, ການເຊື່ອມຕໍ່ທາງລົດໄຟ ຫນອງຄາຍ-ທ່ານາແລ້ງ ທີ່ຫາກໍມີພິທີເປີດໃນວັນທີ 20 ກຸມພາ ຜ່ານມາ ແລະ ຄວາມຕັ້ງໃຈຂອງຝ່າຍໄທ ທີ່ຈະຄັດເລືອກເອົານັກລົງທຶນທີ່ດີມາລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ.

ນອກນັ້ນ, ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານປະຫວັດສາດ ຂອງຄະນະກຳມະ ການປັກຫລັກຫມາຍຊາຍແດນ ລາວ-ໄທ, ໄທ-ລາວ ທີ່ໄດ້ແກ້ໄຂ 17 ຈາກ 36 ຈຸດຄ້າງຄາພາຍໃນ ໄລຍະສອງປີທີ່ຜ່ານມາ. ແລະ ໄດ້ຢືນຢັນວ່າ ຈະສືບຕໍ່ປັກຫລັກຫມາຍຊາຍແດນທາງບົກ ທີ່ຍັງ ຄ້າງຄາ 7% ໃຫ້ສຳເລັດໃນປີ 2008 ແລະ ການປັກຫລັກຫມາຍຊາຍແດນທາງນ້ຳ ໃຫ້ສຳເລັດໃນ ປີ 2010 ຕາມການຕົກລົງຂອງກອງປະຊຸມຄະນະກຳມາທິການຮ່ວມມື ລາວ-ໄທ ໄທ-ລາວ ທີ່ຫລວງພະບາງ ໃນປີ 2007. ຕໍ່ບາງບັນຫາຄ້າງຄາອື່ນໆ ທັງສອງຝ່າຍ ຈະຊຸກຍູ້ ໃຫ້ທຸກໆກົນໄກການຮ່ວມມື ລາວ-ໄທ ໄທ-ລາວ ປຶກສາຫາລື ກັນ ແລະ ປະຕິບັດງານໃຫ້ມີປະສິດ ທິຜົນ ຕາມເຈດຕະນາລົມຂອງ ລັດຖະບານທັງສອງ ເພື່ອປົກປ້ອງຜົນປະໂຫຍດລວມຂອງປະຊາຊົນສອງ ຊາດ ລາວ-ໄທ.

ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21 ຫາ 22 ກຸມພາ  2008, ທ່ານ ນົບພະດົນ ປັດທະມະ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ຮັບກຽດເຂົ້າຢຽມຂ່ຳນັບ ພະນະທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປ ລາວ, ຢູ່ທີ່ສຳນັກງານປະທານປະເທດ ແລະ ເຂົ້າຢ້ຽມຂ່ຳນັບພະນະທ່ານ ບົວສອນ ບຸບຜາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຢູ່ທີ່ສຳ ນັກງານນາຍົກລັດຖະມົນຕີ ໂດຍໄດ້ມີເຈົ້າຫນ້າທີ່ຂັ້ນສູງຂອງລາວເຂົ້າຮ່ວມນຳ, ເຊິ່ງໄດ້ມີການພົບປະໂອ້ລົມຢື້ຢາມຖາມຂ່າວທີ່ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈກັນດີ  ລະຫວ່າງສອງຊາດ ລາວ-ໄທ.

 

 

 

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la