ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ຖະແຫລງການໂຄສົກກະຊວງການຕ່າງປະເທດແຫ່ງ ສປປ ລາວ
ຕໍ່ເຫດການຈະລາຈົນໃນ ຕິເບດ, ສປ ຈີນ
ກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕິດຕາມເຫດການຈະລາຈົນ
ທີ່ເກີດຂຶ້ນຢູ່ ນະຄອນ ລາຊາ, ເຂດປົກຄອງຕົນເອງຕິເບດ, ສປ ຈີນ,
ໃນວັນທີ 14 ມີນາ 2008 ຢ່າງໃກ້ຊິດ, ເຊິ່ງໄດ້ສ້າງຄວາມເສຍຫາຍ
ຕໍ່ຊີວິດ ແລະ ຊັບສິນ ຈຳນວນຫນຶ່ງ ຂອງປະຊາຊົນຊາວຕິເບດ.
ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຖືວ່າ
ການກໍ່ຈະລາຈົນດັ່ງກ່າວ ແມ່ນຝືນຕໍ່ທ່າອ່ຽງການຂະຫຍາຍ
ຕົວຂອງສັນຕິພາບ, ສະຖຽງລະພາບ ແລະ ການຮ່ວມມື ເພື່ອ ການພັດທະນາ
ຢູ່ໃນຂົງເຂດ ແລະ ໃນໂລກ.
ສປປ ລາວ ສະຫນັບສະຫນູນ ການນຳໃຊ້ທຸກມາດຕະການ
ທີ່ຈຳເປັນ ຂອງ ສປປ ຈີນ ເພື່ອຄວບຄຸມສະຖາ ນະການ ແລະ
ປົກປັກຮັກສາຄວາມສະຫງົບສຸກໃນສັງຄົມ,
ກ່າວປະນາມທຸກການກະທຳທີ່ສ້າງຄວາມວຸ້ນວາຍຂອງກຸ່ມ ຄົນບໍ່ດີ,
ແລະ ເຫັນວ່າ ບໍ່ຄວນຈະເອົາບັນຫາການເມືອງ ມາເກາະໃສ່ກັບ
ງານມະຫະກຳກິລານາໆຊາດ ໂອລິມປິກ 2008 ແລະ ຫວັງວ່າ ເຫດການດັ່ງກ່າວ
ຈະຖືກແກ້ໄຂ ໃຫ້ກັບຄືນສູ່ສະພາບປົກກະຕິ ໂດຍໄວ.
ນະຄອນຫລວງວຽງຈັນ, ວັນທີ 21 ມີນາ 2008