ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ທ່ານ ດຣ. ທອງລຸນສີສຸລິດ ຕ້ອນຮັບຜູ້ແທນ ທະນາຄານພັດທະນາອາຊີ
ທ່ານ ດຣ. ທອງລຸນ ສີສຸລິດ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອາກຣູນ ທາປັນ ( Arun Thapan) ອະທິການບໍດີກົມໃຫຍ່ອາຊີ ຕາເວັນ ອອກສ່ຽງໃຕ້ຂອງທະນາຄານພັດທະນາອາຊີ ແລະ ຄະນະ ເມື່ອວັນທີ 6ມີນາ 2008 ນີ້,ທີ່ຫ້ອງຮັບແຂກ ກະຊວງການ ຕ່າງປະເທດ. ໃນການພົບປະໂອ້ລົມລະຫວ່າງແຂກ ແລະ ເຈົ້າພາບແມ່ນໄດ້ສົນທະນາກ່ຽວກັບ ການກະກຽມ ຂອງ ສປປ ລາວ ໃນການເປັນເຈົ້າພາບກອງປະຊຸມຜູ້ນຳບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທີ 3 ເຊິ່ງຈະຈັດ ຂຶ້ນໃນໄວໆນີ້. ໃນໂອກາດນີ້ທ່ານ ດຣ. ທອງລຸນ ສີສຸລິດ ກໍ່ໄດ້ຕີລາຄາສູງຕໍ່ ການມາຢ້ຽມຢາມ ສປປ ລາວຂອງທ່ານ ອາກຣູນ ທາປັນ ໃນຄັ້ງນີ້,  ເຊິ່ງເປັນການປະກອບສ່ວນອັນ ສຳຄັນຕໍ່ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອລະຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ ໃຫ້ແຫນ້ນ ແຟ້ນຍິ່ງຂຶ້ນ.

ທ່ານ ດຣ. ທອງລຸນ ສີສຸລິດ ຕ້ອນຮັບທູດນີວຊີແລນຄົນໃຫມ່
ວັນທີ 7
ມີນາ 2008 ນີ້, ທີ່ຫ້ອງຮັບແຂກກະຊວງການຕ່າງປະເທດ, ທ່ານ ດຣ. ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ ບ໋ອກບາກິງໂຕນ, ເອກອັກ ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຂອງປະເທດນິວຊີແລນຄົນໃຫມ່ປະຈຳ ສປປ ລາວ,  ເຊິ່ງມີ ສຳນັກງານຕັ້ງ ຢູ່ບາງກອກ ປະເທດໄທ. ໃນໂອກາດດັ່ງກ່າວ, ທ່ານ ດຣ. ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບຕໍ່ທ່ານ ບ໋ອກບາກິງໂຕນ ທີ່ໄດ້ມາດຳລົງຕຳແຫນ່ງເປັນ ເອກອັກຄະລັດຖະທູດ ນິວຊີແລນຄົນໃຫມ່ປະຈຳ ສປປ ລາວ, ເຊິ່ງຈະເປັນນິມິດ ຫມາຍສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງ ສປປ ລາວ ແລະ ນີວຊີແລນ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ.

01004, 23 Singha Road, Vientiane Capital, Lao PDR, Tel:856 21 413148, Fax: 856 21 414009 Email: ict@mofa.gov.la