ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ທ່ານນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນສິງກະໂປ
ວັນທີ
12
ມີນາ
2008,
ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ບົວສອນ ບຸບຜາວັນ,
ນາຍົກລັດ
ຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ວອນຈານ ເຊງ (
Won Jan Seng)
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງກິດຈະການພາຍໃນ ແຫ່ງ ສາທາລະນະລັດ
ສິງກະໂປ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່
ສປປ ລາວ ລະຫວ່າງວັນທີ
11-13
ມີນາ
2008.
ໃນໂອກາດດັ່ງກ່າວ, ທ່ານ ບົວສອນ ບຸບຜາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ
ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງທ່ານ
ວອນຈານ ເຊງ ພ້ອມດ້ວຍຄະນະຄັ້ງນີ້, ເຊິ່ງຈະເປັນນິມິດຫມາຍສຳຄັນໃນການເສີມສ້າງສາຍພົວພັນມິດຕະພາບ
ແລະ ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວເລື້ອຍໆໄປ.
ທ່ານ ວອນຈານ ເຊງ ໄດ້ຕາງຫນ້າໃຫ້ຄະນະ ສະແດງຄວາມຂອບໃຈຕໍ່
ທ່ານນາຍົກລັດຖະມົນຕີ ບົວສອນ ບຸບຜາວັນ ທີ່ໄດ້ໃຫ້ການຕ້ອນຮັບ
ອັນອົບອຸ່ນໃນຄັ້ງນີ້ ແລະ
ພ້ອມທັງແຈ້ງຈຸດປະສົງຂອງການມາຢ້ຽມຢາມ ສປປ ລາວ ໃຫ້
ທ່ານນາຍົກລັດ
ຖະມົນຕີຊາບ.