ຄະນະນຳກະຊວງ
/
ຄະນະກົມ
/
ຊື່ບັນດາກົມຕ່າງໆ
/
ສະຫາຍ ດຣ. ທອງລຸນ ສີສຸລິດມອບຫລຽນໄຊອິດສະຫລະ
ຊັ້ນ I
ໃຫ້ແກ່ກະຊວງສຶກສາ
- ກໍ່ສ້າງຫວຽດນາມ
ວັນທີ
10
ມີນາ
2008,
ທີ່ນະຄອນຫລວງຮ່າໂນ້ຍ,
ສະຫາຍ ດຣ. ທອງລຸນ ສີສຸລິດ,
ກຳມະການ
ກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ສປປ ລາວ, ຕາງຫນ້າລັດຖະບານ ສປປ ລາວ ມອບຫລຽນໄຊອິດສະຫລະຊັ້ນ
I
ໃຫ້ແກ່ກະຊວງ
ສຶກສາ - ກໍ່ສ້າງຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງສອງວັນປະຫວັດສາດຂອງການ
ພົວພັນລາວ
- ຫວຽດນາມ ຄື:
30
ປີ ວັນເຊັນ ສົນທິສັນຍາການພົວພັນ
ມິດຕະພາບ ແລະ ການຮ່ວມມື
ແລະ
45
ປີ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ. ໃນພິທີ,
ສະຫາຍ ດຣ. ທອງລຸນ ສີສຸລິດ ກ່າວຢືນຢັນວ່າ:
ການມອບຫລຽນໄຊດັ່ງກ່າວເປັນການສະແດງເຖິງຄວາມຮູ້
ບຸນຄຸນຢ່າງເລິກເຊິ່ງ,
ຄວາມຂອບໃຈຢ່າງຈິງໃຈຂອງພັກ,
ລັດ ແລະ ປະຊາຊົນລາວຕໍ່ພັກ,
ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ,
ເວົ້າສະເພາະຕໍ່ພະນັກງານ,
ຄູອາຈານໃນຂະແຫນງສຶກສາ
ຫວຽດນາມທີ່ໄດ້ເສຍສະຫລະເຫື່ອແຮງ,
ສະຕິປັນຍາຢ່າງຫມົດຈິດຫມົດໃຈ ເຂົ້າໃນວຽກງານຮັດແຫນ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ,
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ລະຫວ່າງສອງປະເທດ
ໂດຍສະເພາະໃນວຽກງານກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ.
ສະຫາຍ ດຣ. ທອງລຸນ ສີສຸລິດ ກ່າວຕື່ມວ່າ: ໃນຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ,
ນັກ
ສຶກສາລາວຈຳນວນຫລາຍຫມື່ນຄົນໄດ້ຮັບການສຶກສາຢູ່ທີ່
ສສ ຫວຽດນາມ,
ປະຈຸບັນເຂົາເຈົ້າໄດ້ກາຍ
ເປັນພະນັກງານຫລັກແຫລ່ງຂອງລັດ
ແລະ ຈຳນວນບໍ່ຫນ້ອຍໄດ້ກາຍເປັນ ຜູ້ນຳຂັ້ນສູງຂອງລາວ. ສະຫາຍ
ຫງວຽນຖຽນເຍິນ,
ຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງສຶກສາ - ກໍ່ສ້າງ ຫວຽດນາມ ໄດ້ກ່າວວ່າ:
ຫວຽດນາມຖືເປັນກຽດອັນສູງສົ່ງໃນການຊ່ວຍເຫລືອພັດທະນາຊັບພະຍາ
ກອນມະນຸດໃຫ້ແກ່ລາວພ້ອມທັງໃຫ້ຄຳຫມັ້ນສັນຍາວ່າການຮ່ວມມືໃນຂະແຫນງການສຶກສາຈະໄດ້ຮັບການສືບ
ຕໍ່ໃນຊຸມປີຕໍ່ຫນ້າ.