ຄະນະນຳກະຊວງ /
ຄະນະກົມ /
ຊື່ບັນດາກົມຕ່າງໆ /
ທ່ານ
ພົງສະຫວັດ ບຸບຜາ ຕ້ອນຮັບທູດຕວກກີ
ວັນທີ 13 ມີນາ 2008 ທີ່ຫ້ອງຮັບແຂກກະຊວງການຕ່າງປະເທດ, ທ່ານ
ພົງສະຫວັດ ບຸບຜາ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ,
ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ ຂໍ່ານັບຂອງ ທ່ານBahattin Gursoz,
ທູດ ພິເສດຂອງນາຍົກລັດຖະມົນຕີແຫ່ງປະເທດຕວກກີ.
ໃນການພົບປະ, ທ່ານ ພົງສະຫວັດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ
Bahattin Gursoz ພ້ອມດ້ວຍຄະນະ ແລະ
ຕີລາຄາສູງຕໍ່ການມາຢ້ຽມຢາມລາວໃນຄັ້ງນີ້ຂອງທ່ານ ເຊິ່ງເປັນຂີດໝາຍອັນສຳຄັນສຳລັບການເສີມຂະຫຍາຍສາຍພົວພັນ
ແລະ ການຮ່ວມມື ລະ ຫວ່າງສອງປະເທດ ລາວ ແລະ ຕວກກີ.
ທ່ານລັດຖະມົນຕີຊ່ວຍວ່າການ ຍັງໄດ້ສະ
ແດງຄວາມເພິ່ງພໍໃຈຕໍ່ການພົວພັນ ແລະ ຮ່ວມມືລະຫວ່າງ ສປປ ລາວ
ແລະ ຕວກກີ ຕະ ຫລອດໄລຍະ 50 ປີທີ່ຜ່ານມາ
ພາຍຫລັງທີ່ສອງປະເທດໄດ້ສ້າງສາຍພົວພັນການທູດນຳກັນ ໂດຍສະເພາະການຊ່ວຍເຫລືອ
ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນຫາຕ່າງຯຂອງ ໂລກທັງເວທີພາກພື້ນກໍ່ຄືສາກົນ.
ໃນໂອກາດດຽວກັນນີ້, ທ່ານ Bahattin Gursoz ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ
ພົງສະຫວັດ ບຸບຜາ ແລະ ໄດ້ສະແດງຄວາມປິຕິຊົມຊື່ນທີ່ເຫັນການພົວພັນ
ແລະ ຮ່ວມມືລະຫວ່າງ ລາວ ແລະ ຕວກກີ ມີທ່ວງທ່າຂະຫຍາຍຕົວ,
ອັນທີ່ພົ້ນເດັ່ນກໍ່ແມ່ນການຈະໄປຢ້ຽມຢາມປະເທດຕວກກີ
ຢ່າງເປັນທາງ ການຂອງທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ໃນລະຫວ່າງ
ຕົ້ນເດືອນເມສາທີ່ຈະມາເຖິງນີ້, ເຊິ່ງການຢ້ຽມຢາມດັ່ງກ່າວນີ້
ຈະ ເປັນພື້ນຖານອັນສຳຄັນໃນການຂະຫຍາຍການ ຮ່ວມມືສອງຝ່າຍລາວ -
ຕວກກີ ໃນຂະແຫນງ
ການຕ່າງຯທີ່ທັງສອງຝ່າຍເຫັນວ່າຈະນຳຜົນປະໂຫຍດມາສູ່
ປະຊາຊົນສອງຊາດ.
ທ່ານ ພົງສະຫວັດບຸບຜາ ໄດ້ອວຍພອນໃຫ້ທ່ານ ທູດພິເສດ ແລະ ຄະນະ
ຈົ່ງປະສົບຜົນສຳເລັດໃນການ ຢ້ຽມຢາມໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມ
ສະຫວັດດີພາບ.