ສັນຕິພາບ ເອກະລາດ ມິດຕະພາບ ການຮ່ວມມື

ໜ້າທຳອີດ | ກະຊວງ |ບົດປາໃສ | ນະໂຍບາຍການຕ່າງປະເທດ | ສາຍພົວພັນການທູດ | ກ່ຽວກັບ ສົນທິສັນຍາຕ່າງໆ| ຂ່າວຕ່າງໆ | ກ່ຽວກັບກົງສູນ

ຄະນະນຳກະຊວງ / ຄະນະກົມ / ຊື່ບັນດາກົມຕ່າງໆ /

ເຊື່ອມ​ໂຍງ​​​ເສດຖະກິດ ສປປ ລາວກັບ​ ອະນຸພາກພື້ນ

*(ຂປລ): ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ສົມທົບ​ກັບ​ແຂວງ​ບໍ່​ແກ້ວ ເຜີຍ​ແຜ່​ການ​ເຊື່ອມ​ໂຍງ​ທາງ​ ດ້ານ​ເສດຖະກິດ ​ໃນ​ຂອບ​ການ​ຮ່ວມ​ມືດ້ານ​ການ​ຄ້າ, ການ​ລົງ​ທຶນ ​ແລະ ການທ່ອງທ່ຽວ ກັບ​ອະນຸພາກພື້ນ​ເພື່ອ​ສ້າງ​ໂອກາດ​ໃຫ້​ປະ​ເທດ​ເຮົາ​ໃນ​ຖານະ​ເປັນ​ປະ​ເທດ​ທາງ​ຜ່ານມີ​ທ່າ​ແຮງ​ ຫລາຍ​ຂຶ້ນ ໃນການ​ພັດທະນາ​ປະ​ເທດ​ຊາດ​ໃນ​ອະນາຄົດ.
​      ​ກອງ​ປະຊຸມ​ໄດ້​ສຳ​ເລັດ​ໃນ​ວັນ​ທີ 11 ມີນາ 2008 ພາຍຫລັງດໍາເນີນມາ​ 2 ວັນ, ໂດຍ​ການ​ເປັນ​ປະທານ ​ຂອງທ່ານ​ ບຸນຄົງ ຫລ້າສຸກັນ, ຮອງ​ເຈົ້າ​ແຂວງ​ບໍ່​ແກ້ວ ​ແລະ ທ່ານ ຢາເຊັ້ງ, ​ຫົວໜ້າ​ຫ້ອງການ​ກະຊວງ​ການ​ຕ່າງ ປະ​ເທດ ​ແລະ ມີ​ຜູ້​ຕາງໜ້າ​ອົງການ​ຈັດຕັ້ງພັກ, ລັດ, ບັນດາ​ນັກທຸລະກິດ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ອ້ອມ​ຂ້າງ ແຂວງ​ບໍ່​ແກ້ວ, ຫລວງ​ນ້ຳ​ທາ ​ແລະ ​ແຂວງ​ອຸດົມ​ໄຊ ທີ່​ຕັ້ງຢູ່​ຈຸດ​ແລວ​ທາງ​ຜ່ານ​ອະນຸພາກພື້ນ​ເຂົ້າ​ຮ່ວມ​ 50 ກວ່າ ຄົນ​. ໃນກອງປະຊຸມຄັ້ງນີ້, ໄດ້ມີການ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນກ່ຽວກັບບັນຫາ ​ການ​ເຊື່ອມ​ໂຍງ​ດ້ານ​ ເສດຖະກິດ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ອະນຸພາກພື້ນ, ພ້ອມ​ທັງ​ຮັບ​ຟັງ​ການ​ເຜີຍ​ແຜ່ການ​ຍາດ ​ແຍ່ງ​ຜົນ​ປະ​ໂຫຍ​ດ ​ແລະ ທ່າ​ແຮງ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ​ຂອງ ສປປ ລາວ ​ໃນ​ຂອບ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ​ແລະ ຍຸດ​ທະ​ສາດ​ດ້ານ​ເສດຖະກິດ​ ຕາມລ່ອງ​ແມ່ນ້ຳ 3 ສາຍ​ຄື: ​ແມ່ນ້ຳອິຣະວະ​ດີ, ​ເຈົ້າ​ພະຍາ ​ແລະ ​ແມ່ນ້ຳ​ຂອງ ພ້ອມ​ກັບ​ການ​ຮ່ວມ​ມື​ອາ​ຊີ-ເອີຣົບ ລວມ​ໄປ​ເຖິງ​ອາຊີ​ຕາ​ເວັນ​ອອກ, ອາ​ເມ​ລິ​ກາ​ລາ​ຕິນ ​ເພື່ອ​ການ​ພັດທະນາ​ສາມຫລ່ຽມພັດທະນາ ​ໃນ 3 ປະ​ເທດ ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ. ນອກຈາກນັ້ນ ກອງປະຊຸມ​ຍັງ​ໄດ້​ຍົກ​ໃຫ້ເຫັນ​ຜົນ​ປະ​ໂຫຍ​ດ ຈາກ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ເສດຖະກິດ ໃນ​ລະດັບ​ອະນຸ ພາກພື້ນ ​ແລະ ສາກົນ ກໍ​ຄື​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ພວກ​ເຮົາ​ຈະ​ປະ​ເຊີນ​ໜ້າ ພ້ອມ​ທັງ​ນຳ​ໃຊ້​ກາລະ​ໂອກາດ​ດັ່ງກ່າວ​ ໃຫ້​ເປັນ​ທ່າ​ແຮງ​ທີ່​ສຳຄັນ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ ​ໃນອະນາ ຄົດ​ໃຫ້​ຂະຫຍາຍຕົວ​ໄວ​ຂຶ້ນ.

ທີ່ຢູ່: ຖະໜົນ 23 ສິງຫາ, ບ້ານ ໂພນໄຊ , ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ,ສປປ ລາວ , ຕູ້ໄປສະນິ  ,ອີເມວ : ict@mofa.gov.la