ໃນໂອກາດການຢ້ຽມຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການ ຂອງ ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສ.ອິນເດຍ ພ້ອມດ້ວຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂອງສອງປະເທດ ໄດ້ຈັດກອງປະຊຸມພົບປະພາກທຸລະກິດ ລາວ - ອິນເດຍ ຄັ້ງທີ 2 ຂື້ນໃນຕອນບ່າຍຂອງວັນທີ 3 ມິຖຸນາ 2026 ທີ່ ນະຄອນຫຼວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນລະຫວ່າງ ລາວ ແລະ ອິນເດຍ ໃຫ້ຂື້ນສູ່ລະດັບໃໝ່ ກໍຄື ເປັນການປະກອບສ່ວນສະເຫຼີມສະຫຼອງ ຄົບຮອບ70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປລາວ ແລະ ສ.ອິນເດຍ ໃນປີ 2026 ນີ້ ໂດຍການໃຫ້ກຽດເຂົ້າຮ່ວມເປັນແຂກກິດຕະມະສັກ ຂອງ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal, ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເອກອັກຄະລັດຖະທູດທັງສອງປະເທດ ແລະ ຜູ້ຕາງຫນ້າຈາກພາກທຸລະກິດລາວ-ອິນເດຍເຂົ້າຮ່ວມ ຫລາຍກວ່າ 50 ຄົນ.
ອ່ານເພີ່ມ