ຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ້ຽມຢາມຖໍ້າຜູ້ນໍາ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ແຂວງຫົວພັນ

20/06/2025

ຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ້ຽມຢາມຖໍ້າຜູ້ນໍາ ແລະ ມອບເຄື່ອງຊ່ວຍເຫຼືອຢູ່ແຂວງຫົວພັນ

ໃນວັນທີ 11 ມິຖຸນາ 2025, ສະຫາຍ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຊາວໜຸ່ມກະຊວງການຕ່າງປະເທດ ສືບຕໍ່ເຄື່ອນໄຫວຢ໊ຽມຢາມເມືອງວຽງໄຊ, ແຂວງຫົວພັນ ໂດຍໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມຖໍ້າຜູ້ນໍາໃນສະໄໝຕໍ່ສູ້ກູ້ຊາດຈໍານວນໜຶ່ງ ເຊັ່ນ: ຖໍ້າ ປະທານ ໄກສອນ ພົມວິຫານ, ຖໍ້າ ປະທານ ສຸພານຸວົງ, ຖໍ້າ ທ່ານ ພຸນ ສີປະເສີດ ແລະ ຖໍ້າ ທ່ານ ພູມມີ ວົງວິຈິດ, ພ້ອມທັງໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ທຶນຮອນຈໍານວນໜຶ່ງ ໃຫ້ແກ່ ໂຮງຮຽນຊົນເຜົ່າ ເມືອງວຽງໄຊ.

ໃນໂອກາດນີ້, ຄະນະຊາວໜຸ່ມກະຊວງກະຊວງການຕ່າງປະເທດ ໄດ້ມີໂອກາດຮຽນຮູ້ປະສົບການຕົວຈິງ ແລະ ເຫັນໄດ້ສະພາບການດໍາລົງຊີວິດທີ່ຫຍຸ້ງຍາກລໍາບາກຂອງບັນດາຜູ້ນໍາ ໃນສະໄໝຕໍ່ສູ້ກູ້ຊາດ, ພ້ອມທັງເຫັນໄດ້ເຖິງຄວາມສະຫຼາດສ່ອງໃສ ໃນພາລະກິດຕໍ່ສູ້ກູ້ຊາດ ຕ້ານກັບສັດຕູຜູ້ຮຸກຮານທີ່ໃຫຍ່ໂຕ, ຄວາມມານະອົດທົນເສຍສະຫຼະ ແລະ ຄວາມອຸທິດຕົນ ເພື່ອພາລະກິດປົດປ່ອຍຊາດ, ເຊິ່ງຖ້າບໍ່ມີເພິ່ນໃນວັນນັ້ນ, ພວກເຮົາກໍຈະບໍ່ມີຊີວິດທີ່ສົດໃສໃນວັນນີ້ ທີ່ມີຄວາມອິດສະຫຼະພາບ ແລະ ເປັນເຈົ້າຕົນເອງໃນການສ້າງສາພັດທະນາປະເທດຊາດ.

ສໍາລັບເຄື່ອງຊ່ວຍເຫຼືອ ຂອງຄະນະຊາວໜຸ່ມກະຊວງການຕ່າງປະເທດ ທີ່ນໍາໄປມອບໃຫ້ແກ່ ໂຮງຮຽນຊົນເຜົ່າ ເມືອງວຽງໄຊ ປະກອບມີ: ເຂົ້າສານ 660 ກິໂລກຣາມ, ນໍ້າມັນພືດ 120 ລິດ, ປ໋ອງປາ 500 ປ໋ອງ, ເຄື່ອງການຮຽນ ແລະ ເຄື່ອງກິລາຈໍານວນໜຶ່ງ ແລະ ເງິນສົດ ຈໍານວນ 20.000.000 ກີບ, ລວມເປັນມູນຄ່າທັງໝົດປະມານ 50.000.000 ກີບ. ນອກຈາກນັ້ນ, ຄະນະຊາວໜຸ່ມກະຊວງການຕ່າງປະເທດ ຍັງໄດ້ມອບເງິນຊ່ວຍເຫຼືອ ໃຫ້ແກ່ ຊາວໜຸ່ມເມືອງວຽງໄຊ, ແຂວງຫົວພັນ ຈໍານວນ 20.000.000 ກີບ ອີກດ້ວຍ.

ໃນໂອກາດເຄື່ອນໄຫວຢ້ຽມຢາມແຂວງຫົວພັນຄັ້ງນີ້, ຄະນະຊາວໜຸ່ມກະຊວງການຕ່າງປະເທດ ໃນນາມຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງການຕ່າງປະເທດ ຍັງໄດ້ມອບເຄື່ອງຊ່ວຍຕ້ານໄພນໍ້າຖ້ວມ ແລະ ຕ້ານໄພໜາວ ໃຫ້ແກ່ ຊາວໜຸ່ມແຂວງຫົວພັນ ເພື່ອໄປມອບໃຫ້ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ໃນໄລຍະຜ່ານມາ, ເຊິ່ງປະກອບມີເຄື່ອງນຸ່ງຫົ່ມ ຈໍານວນ 65 ແກັດໃຫຍ່ ແລະ ເງິນຊ່ວຍເຫຼືອ ຈໍານວນ 20.000.000 ລ້ານກີບ. ນອກຈາກນີ້, ກໍຕ້ອງຂໍຂອບໃຈເປັນຢ່າງສູງຕໍ່ ບໍລິສັດ ຂົນສົ່ງຮຸ່ງອາລຸນ ຈໍາກັດ ທີ່ອຸປະຖໍາ-ສະໜັບສະໜູນການຂົນສົ່ງເຄື່ອງຊ່ວຍເຫຼືອ ຈໍານວນ 65 ແກັດ ຈາກນະຄອນຫຼວງວຽງຈັນ ໄປຮອດໄປເຖິງ ແຂວງຫົວພັນ ໃນຄັ້ງນີ້.