ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025)

07/08/2025

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025)

ເນື່ອງໃນໂອກາດວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ທີ່ຫາກໍ່ຜ່ານພົ້ນໄປ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ພ້ອມກັນຈັດກິດຈະກຳຕ່າງໆ ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ດັ່ງນີ້:

ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດເວທີສົນທະນາ ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ, ກຳມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີ ຜູ້ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ​ຜູ້ຕາງ​ໜ້າ​ຈາກ​​ອົງການຈັດຕັ້ງກຳມະບານ, ຊາວໜຸ່ມ, ຄະນະກົມ ພາຍ​ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ປະທານສະຫະພັນແມ່ຍິງບັນດາກະຊວງອ້ອມຂ້າງ, ພະນັກງານບຳນານເພດຍິງ ແລະ ສະມາຊິກສະຫະພັນແມ່ຍິງກະຊວງການຕ່າງປະເທດ  ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ນ. ໄກມະນີ ອໍລະບູນ, ກໍາມະການຄະນະພັກກະຊວງ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວເປີດພິທີ ໂດຍໄດ້ໃຫ້ຮູ້ວ່າ ການຈັດເວທີສົນທະນາຄັ້ງນີ້ ແມ່ນໜຶ່ງໃນແຜນກິດຈະກໍາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຂອງສະຫະພັນແມ່ຍິງກະຊວງການຕ່າງປະເທດ, ຊຶ່ງຫົວຂໍ້ສົນທະນາໃນຄັ້ງນີ້ ປະກອບມີ 3 ຫົວຂໍ້ ຄື: 1). ການຮ່ວມມືລະຫວ່າງປະເທດທາງອາຍາ; 2). ວຽກງານການທູດເສດຖະກິດ ຂອງ ສປປ ລາວ; ແລະ 3). ການກະກຽມໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ແລະ ແຜນຍຸດທະສາດການຂ້າມຜ່ານ ຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ. ທັງ 3 ຫົວຂໍ້ສົນທະນາດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ຈຳເປັນໃຫ້ແກ່ ພະນັກງານການທູດທີ່ຕ້ອງກຳໄດ້ ເພື່ອສ້າງຄວາມເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ສອດຄ່ອງກັບວຽກງານຂອງຕົນ, ທັງຍັງເປັນໂອກາດອັນດີໃຫ້ພະນັກງານ-ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ໄດ້ແລກປ່ຽນຂໍ້ມູນ, ຄວາມຄິດເຫັນ, ຖອດຖອນບົດຮຽນ ແລະ ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານ ໄມທອງ ທໍາມະວົງສາ, ກຳມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນມີຄໍາເຫັນ ໂດຍຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວໂດຍຫຍໍ້ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ກໍ່ຄື ບົດບາດ-ສິດເສລີພາບ ຂອງແມ່ຍິງລາວ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທຳ-ສັງຄົມ, ຊຶ່ງແມ່ຍິງລາວ ກໍ່ໄດ້ປະກອບສ່ວນອັນສຳຄັນໃນທຸກຂົງເຂດວຽກງານ ລວມທັງວຽກງານການຕ່າງປະເທດ ໂດຍຄຽງບ່າຄຽງໄຫລ່ກັບເພດຊາຍ, ອັນໄດ້ເຮັດໃຫ້ບົດບາດຂອງແມ່ຍິງລາວໂດດເດັ່ນຂຶ້ນ ທັງໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງໄດ້ ຊົມເຊີຍ ຕໍ່ການຈັດເວທີສົນທະນາໃນຄັ້ງນີ້ ແລະ ສະແດງຄວາມເຊື່ອໝັ້ນວ່າ ຫົວຂໍ້ສົນທະນາໃນຄັ້ງນີ້ ຈະເປັນປະໂຫຍດໃຫ້ບັນດາເອື້ອຍນ້ອງແມ່ຍິງ ເພື່ອເປັນຖານຂໍ້ມູນ ນຳໄປຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງຕົນ ໃຫ້ມີປະສິດທິພາບຍິ່ງໆຂຶ້ນ.

ໃນຕອນບ່າຍຂອງວັນທີ 7 ສິງຫາ 2025, ຍັງໄດ້ມີການຈັດກວດສຸຂະພາບ ໂດຍໄດ້ຮັບການສະໜັບສະໜູນຈາກສູນການແພດ One Medical and Wellness Center ເພື່ອໂຄສະນາສົ່ງເສີມສ້າງຄວາມຮູ້ ແລະ ການຕື່ນໂຕ ໃນດ້ານການເບິ່ງແຍງສຸຂະພາບ ແລະ ໂລກໄພທີ່ປິ່ນອ້ອມ ໂດຍສະເພາະແມ່ນຄວາມສ່ຽງດ້ານໂລກຫົວໃຈທີ່ເກີດຂື້ນກັບ ເພດຍິງ, ກິດຈະກໍາຄັ້ງນີ້ຍັງເປັນການປຸກລະດົມແນວຄິດຂອງ ຜູ້ເຂົ້າຮ່ວມໃຫ້ສົນໃຈ, ເອົາໃຈໃສ່ໃນວຽກງານປ້ອງກັນ ແລະ ເພີ່ມພູນທັກສະຄວາມຮູ້ດ້ານການກອບກູ້ຊີວິດ ແລະ ການປະຖົມພະຍາບານເບື້ອງຕົ້ນຫາກເກີດອຸບັດຕິເຫດຂຶ້ນໃນຄອບຄົວ ຫລື ຕາມອົງກອນ ລວມທັງສະຖານທີ່ສາທາລະນະ.

ນອກຈາກ 2 ກິດຈະກໍານັ້ນ, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ປະກອບສ່ວນເປີດບູດວາງສະແດງຮູບພາບການເຄື່ອນໄຫວໃນງານວາງສະແດງ ທີ່ສູນກາງສະຫະພັນແມ່ຍິງລາວຈັດຂຶ້ນ ໃນລະຫວ່າງວັນທີ 9-13 ກໍລະກົດ 2025 ທີ່ ສູນການຄ້າລາວ-ໄອເຕັກ. ນອກນັ້ນ, ຄະນະບໍລິຫານງນສະຫະພັນແມ່ຍິງກະຊວງການຕ່າງປະເທດ ຍັງໄດ້ໄປຢ້ຽມຢາມພະນັກງານບໍານານ ແລະ ພະນັກງານພັກປິ່ນປົວເພດຍິງຂອງກະຊວງການຕ່າງປະເທດຈຳນວນໜຶ່ງ ເພື່ອສະແດງຄວາມເປັນຫ່ວງເປັນໄຍ, ເພື່ອສ້າງຄວາມຮັກແພງ ແລະ ທັງເປັນກຳລັງໃຈໃຫ້ແກ່ພະນັກງານບຳນານ.