ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

20200114VietnamNewYear1

20200114VietnamNewYear2

 

ໃນວັນທີ 14 ມັງກອນ 2020, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ (ເຕັດຫງວຽນດານ), ຊຶ່ງເປັນບຸນປະເພນີຂອງ ປະຊາຊົນຫວຽດນາມ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກເທື່ອໜຶ່ງ ໃນປີ 2020 ນີ້.

ໃນໂອກາດດັ່ງກ່າວ, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ມອບກະຕ່າດອກໄມ້ ແລະ ອວຍພອນໄຊອັນປະເສີດ ແກ່ ສະຫາຍເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍພະນັກງານສະຖານທູດ ສສ ຫວຽດນາມ ແລະ ຄອບຄົວ ທີ່ ກໍາລັງປະຕິບັດໜ້າທີ່ຢູ່ ສປປ ລາວ; ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດໃນການສ້າງສາພັດທະນາປະເທດຊາດຂອງຫວຽດນາມ ໃນໄລຍະໜຶ່ງປີຜ່ານມາ ທີ່ໄດ້ບັນລຸບັນດາເປົ້າໝາຍທີ່ວາງໄວ້ ແລະ ເສດຖະກິດໄດ້ມີການຂະຫຍາຍຕົວສູງໃນປະຫວັດສາດ; ສະແດງຄວາມຊົມເຊີຍ ຕໍ່ການກະກຽມຮອບດ້ານ ແລະ ດີເລີດ ຂອງ ສສ ຫວຽດນາມ ໃນການເປັນປະທານໝູນວຽນກອງປະຊຸມອາຊຽນ ແລະ ກອງປະຊຸມອື່ນທີ່ກ່ຽວຂ້ອງ, ພ້ອມທັງໄດ້ຢືນຢັນວ່າ ສປປ ລາວ ຈະປະກອບສ່ວນໃຫ້ການສະໜັບສະໜຸນ ແລະ ໃຫ້ການຮ່ວມມືແກ່ ສສ ຫວຽດນາມ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນ ໃຫ້ຜ່ານພົ້ນໄປດ້ວຍຜົນສໍາເລັດອັນຈົບງາມ; ອວຍພອນ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານ ແລະ ໜຶ່ງດຽວໃນໂລກ ຈະໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງທະນົງແກ່ນຕະລອດໄປ.

ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ໃກ້ຊິດ ລະຫວ່າງ ສອງກະຊວງການຕ່າງປະເທດ, ພິເສດແມ່ນ ລະຫວ່າງ ສະຖານທູດ ຫວຽດນາມ ປະຈໍາ ສປປ ລາວ ກັບກະຊວງການຕ່າງປະເທດລາວ ກໍຄື ສະຖານທູດລາວ ປະຈໍາ ສສ ຫວຽດນາມ ກັບກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ເອົາໃຈໃສ່ເປັນຂົວຕໍ່ໃຫ້ແກ່ການປະສານສົມທົບ ເຊິ່ງກັນ ແລະ ກັນ ເປັນຢ່າງດີ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ນັບມື້ມີປະສິດທິພາບດີຂຶ້ນເລື້ອຍໆ, ອັນພົ້ນເດັນແມ່ນການປະກອບສ່ວນເຮັດໃຫ້ກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີ ລາວ-ຫວຽດນາມ ຄັ້ງທີ 42 ທີ່ ຮ່າໂນ້ຍ ເມື່ອຕົ້ນເດືອນມັງກອນ 2020 ຜ່ານມາ ປະສົບຜົນສໍາເລັດຢ່າງຈົບງາມ. ພິເສດໃນປີ 2019 ການຮ່ວມມືທາງດ້ານການຄ້າຂອງສອງປະທດ ສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ສາມາດບັນລຸໄດ້ຕາມຄາດໝາຍ ທີ່ສອງລັດຖະບານໄດ້ຕົກລົງຮ່ວມກັນ ຊຶ່ງເພີ່ມຂຶ້ນ 12,7% ເມື່ອທຽບໃສ່ປີ 2018 ຜ່ານມາ.

ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ຄໍາອວຍພອນໄຊອັນປະເສີດ ແລະ ຄວາມປາຖະໜາດີ ຂອງ ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ. ພ້ອມທັງ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ ຈະໄດ້ຮັບການຖະນຸຖະໜອມ ບໍາລຸງສ້າງ, ສືບທອດໂດຍຄົນຮຸ່ນຕໍ່ໄປ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.