ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

 

20210123 ASEAN-Russia SOM-1

20210123 ASEAN-Russia SOM-2

20210123 ASEAN-Russia SOM-3

 

ໃນວັນທີ 26 ມັງກອນ 2021, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ   ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ າວ ໄດ້ໍາພາຄະນະເຂົ້າຮ່ວມກອງປະຊຸມເຈົ້າ້າທີ່ອາວຸໂສ ອາຊຽນ-ຣັດເຊຍ ຄັ້ງທີ 17 ແບບທາງໄກ ພາຍໃຕ້ການເປັນປະທານຮ່ວມຂອງອິນໂດເນເຊຍ ແລະ ຣັດເຊຍ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ວິຊາການຈໍານວນນື່ງ.

ກອງປະຊຸມໄດ້ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິດບັດແຜນປະຕິບັດງານ ອາຊຽນ-ຣັດເຊຍ ສຳລັບປີ 2016-2020 ໃນໄລຍະຜ່ານມາ, ເຊິ່ງກວມເອົາ 3 ເສົາຄໍ້າການສ້າງປະຊາຄົມອາຊຽນ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດແລະວັດທະນະທຳ-ສັງຄົມ ລວມທັງ ການຕ້ານການກໍ່ການຮ້າຍແລະອາຊະຍາກຳຂ້າມຊ, ​ວິທະຍາສາດແລະເຕັກໂນໂລຊີ, ພະລັງງານ, ກະສິກຳ,ການຄຸ້ມຄອງໄພພິບັດທຳມະຊາດ, ການສຶກສາ, ານແລກປ່ຽນທາງວັດທະນາທຳແລະການໄປມາຫາສູ່ລະຫວ່າງປະຊາຊົນ ກັບປະຊາຊົນ. ພ້ອມນີ້,​ ກອງປະຊຸມຍັງໄດ້ຮັບຊາບຄວາມຄືບໜ້າຂອງ ການຮ່າງແຜນປະຕິບັດງານ ອາຊຽນ-ຣັດເຊຍສະບັບໃໝ່ ສໍາລັບໄລຍະ 2021-2025 ແລະ ມອບໃຫ້ຄະນະກໍາມະການຜູ້ຕາງໜ້າຖາວອນ ປະຈໍາອາຊຽນ ແລະ ທູດຣັດເຊຍ ປະຈໍາອາຊຽນ ເລັ່ງລັດປຶກສາຫາລື ໃຫ້ສໍາເລັດໂດຍໄວ. ສໍາລັບທິດທາງໃນຕໍ່ໜ້າ, ສອງຝ່າຍ ອາຊຽນ ແລະ ຣັດເຊຍ ຈະສືບຕໍ່ ເພີ່ມທະວີການຮ່ວມມື ໃນບາງຂະແໜງການບູລິມະສິດເປັນຕົ້ນ: ຂະແໜງສາທາລະນະສຸກ ໂດຍສະເພາະ ການຊ່ວຍເຫຼືອຢາວັກແຊັງໃຫ້ແກ່ອາຊຽນ, ເຊິ່ງໃນນີ້​, ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອຢາວັກແຊັງ ຕ້ານໂຄວິດ-19 Spunik V ແກ່ ສປປ ລາວ; ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ; ການຮ່ວມມືດ້ານເສດຖະກິດ, ອຸດສາຫະກໍາ, ວິທະຍາສາດ ແລະ ເຕັກໂນໂລຊີ ລວມທັງ ການຟື້ນຟູເສດຖະກິດ ຫຼັງການແຜ່ລະບາດພະຍາດໂຄວິດ-19; ແລະ ການຮ່ວມມື ໃນການຮັບມືກັບໄພພິບັດ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ.

ນອກຈາກນີ້, ກອງປະຊຸມ​​ໄດ້ແລກປ່ຽນຄຳຄິດ​​ເຫັນ ຕໍ່ບາງບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ​: ​ໂຄງສ້າງຄວາມໝັ້ນຄົງພາກພື້ນ, ການບໍ່ແຜ່ຜາຍອາວຸດນິວເຄລຍ, ການຜັນຂະຫຫຍາຍເອກະສານແນວຄວາມຄິດ ອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ ແລະ ສະພາບການໃນແຫຼມເກົາຫຼີ. ພິເສດ, ກອງປະຊຸຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ຣັດເຊຍ ທີ່ຈະມີຂຶ້ນ ໃນຕົ້ນເດືອນສິງຫາ 2021 ພາຍໃຕ້ການເປັນປະທານຮ່ວມຂອງ ອິນໂດເນເຊຍ ແລະ ຣັດເຊຍ.

----------//----------