ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

ເນື່ອງໃນໂອກາດ ວັນສ້າງຕັ້ງອາເຊັມ ຄົບຮອບ 25 ປີ, ໃນວັນທີ 1 ມີນາ 2021 ນີ້, ໃນນາມລັດຖະບານ  ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງບັນດາປະເທດສະມາຊິກອາເຊັມ ກໍ່ຄື ປະຊາຊົນລາວ ທຸກຖ້ວນໜ້າ.

 

ຕະຫຼອດໄລຍະແຫ່ງການດຳລົງຄົງຕົວ ມາເປັນເວລາ 25 ປີ, ຂອບການຮ່ວມມືອາເຊັມ ໄດ້ສະແດງໃຫ້ເຫັນເຖິງ ບົດບາດ ແລະ ຄວາມສຳຄັນ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດ ລະຫວ່າງ ສອງພາກພື້ນ ອາຊີ ແລະ ເອີຣົບ. ປະຈຸບັນ, ອາເຊັມໄດ້ກາຍເປັນເວທີສະເພາະ ແລະ ສຳຄັນໜຶ່ງ ໃນການປຶກສາຫາລືທາງດ້ານການເມືອງ, ການຮ່ວມມືທາງດ້ານເສດຖະກິດ ແລະ ການແລກປ່ຽນດ້ານວັດທະນະທໍາ-ສັງຄົມ ແລະ ການສຶກສາ, ບົນພື້ນຖານຫຼັກການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ເປັນຄູ່ຮ່ວມມືທີ່ເທົ່າທຽມກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງຮ່ວມກັນປຶກສາຫາລືແກ້ໄຂບັນຫາສາກົນ ແລະ ສິ່ງທ້າທາຍຕ່າງໆທີ່ກຳລັງເກີດຂຶ້ນຢູ່ໃນໂລກປະຈຸບັນ.

ໃນທ່າມກາງສິ່ງທ້າທາຍ ທີ່ເກີດຈາກການແຜ່ລະບາດ ຂອງ ພະຍາດໂຄວິດ 19 ອັນໄດ້ສົ່ງຜົນກະທົບ ຢ່າງຮຸນແຮງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ກໍ່ຄື  ຜົນກະທົບຕໍ່ສຸຂະພາບ ແລະ ຊີວິດ ຂອງປະຊາຊົນ ສອງພາກພື້ນ ອາຊີ ແລະ ເອີຣົບ ແລະ ໃນໂລກ. ຕໍ່ກັບສະພາບການດັ່ງກ່າວ, ປະເທດສະມາຊິກອາເຊັມ ໄດ້ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດຫຼາຍຂຶ້ນກວ່າເກົ່າ, ເຊິ່ງສະແດງອອກໃຫ້ເຫັນໃນເວທີປຶກສາຫາລືກັນແບບທາງໄກ ຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສອາເຊັມ, ໂດຍສະເພາະ ການຮັບຮອງເອົາຖະແຫຼງການລັດຖະມົນຕີອາເຊັມ ກ່ຽວກັບ ພະຍາດໂຄວິດ-19 ເພື່ອຫາວິທີ ແລະ ມາດຕະການຮ່ວມກັນໃນການສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19, ລວມທັງ ແກ້ໄຂບັນຫາຜົນກະທົບ ຕໍ່ເສດຖະກິດ ແລະ ສັງຄົມ, ໂດຍແນ່ໃສ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອກັນ, ຮັກສາບັນດາລະບົບຕອບສະໜອງແບບຕ່ອງໂສ້ ໃຫ້ມີຄວາມເຂັ້ມແຂງ, ເປີດກວ້າງ ແລະ ເຊື່ອມຈອດ ແລະ ຮ່ວມມືກັນພາຍຫຼັງ       ການແຜ່ລະບາດ. ທັງໝົດນັ້ນ, ກໍ່ເພື່ອນຳເອົາຜົນປະໂຫຍດອັນສູງສຸດມາສູ່ ປະຊາຊົນ ຂອງສອງພາກພື້ນ ອາຊີ-ເອີຣົບ.

ຕະຫຼອດໄລຍະ 17 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ຂອງຂອບການຮ່ວມມືອາເຊັມ, ສປປ ລາວ ໄດ້ປະກອບສ່ວນເຂົ້າໃນບັນດາກິດຈະກຳ ຂອງອາເຊັມຢ່າງຫ້າວຫັນ ລວມທັງ ເປັນເຈົ້າພາບກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ໃນປີ 2012 ກໍ່ຄື ການເຂົ້າຮ່ວມກອງປະຊຸມໃນລະດັບຕ່າງໆ ຢ່າງເປັນປົກກະຕິ. ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງອາເຊັມ ຄົບຮອບ 25 ປີ ນີ້, ສປປ ລາວ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາເຊັມ ແລະ ຄູ່ຮ່ວມມື ເພື່ອຍົກສູງຄວາມສໍາຄັນ ແລະ ສະໜັບສະໜູນຂະບວນການຂອງອາເຊັມ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນ.

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງບັນດາປະເທດສະມາຊິກອາເຊັມ ທີ່ໄດ້ໃຫ້ການສະໜັບສະໜູນ, ຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ໃນຖານະທີ່ເປັນສະມາຊິກອາເຊັມດ້ວຍກັນ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ສາຍພົວພັນ ແລະ ການຮ່ວມມືທີ່ດີງາມ ແລະ ຍາວນານ ລະຫວ່າງ    ສອງພາກພື້ນ ອາຊີ-ເອີຣົບ ຈະຍິ່ງນັບມື້ນັບເພີ່ມທະວີຄວາມແໜ້ນແຟ້ນຂຶ້ນ ແລະ ກ້າວໄປສູ່ລະດັບໃໝ່ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງພາກພື້ນ ອາຊີ-ເອີຣົບ.    

                                                                                       ສະເຫຼີມໄຊ ກົມມະສິດ       

     ລັດຖະມົນຕີກະຊວງການຕ່າງປະເທດ