ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

protugaue

ໃນວັນທີ 16 ພະຈິກ 2017, ທ່ານ ຢົງ ຈັນທະລັງສີ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ມາເຊໂລ ເຣເບໂລ ເດີ ຊູຊາ (Marcelo Rebelo De Sousa), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ,ທີ່ ສຳນັກງານປະທານປະເທດ ນະຄອນຫຼວງລິສບອນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ປະເທດປອກຕຸຍການ, ທີ່ມີສຳນັກງານ ຕັ້ງຢູ່ນະຄອນຫລວງປາຣີ, ປະເທດຝຼັ່ງ.

ໃນໂອກາດນີ້, ທ່ານ ຢົງ ຈັນທະລັງສີ ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານ ມາເຊໂລ ເຣເບໂລ ເດີ ຊູຊາ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວມາຍັງ ພະນະທ່ານ ມາເຊໂລ ເຣເບໂລ ເດີ ຊູຊາ, ປະທານາທິບໍດີ ແຫ່ງ ສ. ປອກຕຸຍການ, ພ້ອມທັງໄດ້ຢືນຢັນວ່າ ຈະປະຕິບັດໜ້າທີ່ໃນການຮັດແໜ້ນສາຍພົວພັນອັນດີງາມ ລະຫວ່າງສອງປະເທດ ລາວ ແລະ ປອກຕຸຍການ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຂຶ້ນກວ່າເກົ່າ.

ໃນໂອກາດດຽວກັນນີ້, ພະນະທ່ານ ມາເຊໂລ ເຣເບໂລ ເດີ ຊູຊາ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ປອກຕຸຍການ ໃນໄລຍະຜ່ານມາ ກໍ່ຄືປັດຈຸບັນ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ ທ່ານ ຢົງ ຈັນທະລັງສີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປລາວ ຄົນໃໝ່ ປະຈຳ ສາທາລະນະລັດ ປອກຕຸຍການ ແລະອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະປອກຕຸຍການ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ.

ເຂົ້າຮ່ວມພິທີຍື່ນສານຕາຕັ້ງໃນຄັ້ງນີ້ ຍັງມີ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ປອກຕຸຍການ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ສຳນັກງານປະທານປະເທດ ປອກຕຸຍການ.

          ສປປ ລາວ ແລະ ສາທາລະນະລັດ ປອກຕຸຍການ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ພຶດສະພາ 1995.