ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.

Uncategorised

 

 

 20240325 Cambodia PM Official Visit 10

 

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກຳປູເຈຍ.

 

 

 20240325 Cambodia PM Official Visit 120240325 Cambodia PM Official Visit 2

20240325 Cambodia PM Official Visit 320240325 Cambodia PM Official Visit 8

 

 

ໃນຕອນເຊົ້າຂອງວັນທີ 25 ມີນາ 2024, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກຽດຕິຍົດ ແລະ ຄະນະ.

 

 

 20240325 Cambodia PM Official Visit 920240325 Cambodia PM Official Visit 11

 

 

ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຈະພົບປະສອງຝ່າຍກັບ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ; ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ. ນອກນັ້ນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຍັງມີແຜນຈະໄປຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ອີກດ້ວຍ.

 

 

ວາລະສານເອເລັກໂຕຣນິກ "ການຕ່າງປະເທດ"

(“Lao Foreign Affairs” E-Magazine)

 

(ສະບັບທີ 1 ປະຈຳເດືອນ ຕຸລາ 2022)

Cover LaoForeignAffairsE MagazineFinal

(ສະບັບທີ 2 ປະຈຳເດືອນ ພະຈິກ 2022)

Cover 002 112022 Final

(ສະບັບທີ 3 ປະຈຳເດືອນ ທັນວາ 2022)

December MAG Final compressedCover

(ສະບັບທີ 4 ປະຈຳເດືອນ ມັງກອນ 2023)

004 012023 Cover

 (ສະບັບທີ 5 ປະຈຳເດືອນ ກຸມພາ 2023)

005 022023Final 1Cover

 (ສະບັບທີ 6 ປະຈຳເດືອນ ມີນາ 2023)

March MAG Final Cover

 (ສະບັບທີ 7 ປະຈຳເດືອນ ເມສາ 2023)

Cover 007 042023 Final

 (ສະບັບທີ 8 ປະຈຳເດືອນ ພຶດສະພາ 2023)

008 052023 Final 001

 (ສະບັບທີ 9 ປະຈຳເດືອນ ມິຖຸນາ 2023)

June Final 009 Cover

 (ສະບັບທີ 10 ປະຈຳເດືອນ ກໍລະກົດ 2023)

Cover 010 072023 FINAL

 (ສະບັບທີ 11 ປະຈຳເດືອນ ສິງຫາ 2023)

Cover 011 082023

 (ສະບັບທີ 12 ປະຈຳເດືອນ ກັນຍາ 2023)

CoverSeptember2023 1

 (ສະບັບປະຈຳເດືອນ ມັງກອນ-ກຸມພາ 2024)

Cover 2024 JanFeb Final

 (ສະບັບປະຈຳເດືອນ ມີນາ 2024)

Coming soon

 (ສະບັບປະຈຳເດືອນ ເມສາ 2024)

Coming soon

 

ຂໍ້ມູນອັບເດດ ວັນທີ 15 ມີນາ 2024

ນະຄອນຫຼວງວຽງຈັນ, ວັນ​ທີ 3 ຕຸລາ 2022

ພະນະທ່ານ,

 

ເນື່ອງໃນໂອກາດ ວັນປະກາດເອກະລາດ ແຫ່ງ ສາທາລະນະລັດ ໄຊ​ປ​ຣັດ ຄົບຮອບ 62 ປີ, ຕາງໜ້າໃຫ້    ປະ​ຊາ​ຊົນ​ລາວ ແລະ ໃນ​ນາມ​ສ່ວນ​ຕົວ, ຂ້າ​ພະ​ເຈົ້າ ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ແລະ ພອນໄຊອັນ​ປະ​ເສີດ​ ມາຍັງ  ພະນະທ່ານ ແລະ ປະຊາຊົນ ໄຊປຣັດ ເພື່ອນມິດ ທຸກຖ້ວນໜ້າ.

Read more ...