ໃນວັນທີ 22 ເມສາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂຣບິນ ມູດີ (Robyn MUDIE), ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ, ຮັບຜິດຊອບວຽກງານຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແຫ່ງ ອົດສະຕຣາລີ, ໃນໂອກາດເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງການເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ຄົບຮອບ 30 ປີ...
ວັນທີ 6 ເມສາ 2024, ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ໄດ້ຮ່ວມກັນຈັດງານບຸນເພື່ອຕ້ອນຮັບ ແລະ ສະເຫຼີມສະຫຼອງປີໃໝ່ລາວ ປີມະໂລງ ພສ 2567 ຂຶ້ນຢູ່ທີ່ນະຄອນຫຼວງຮ່າໂນ້ຍ ໂດຍການເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ຝ່າຍຫວຽດນາມໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ...
ໃນວັນທີ 01 ມີນາ 2024, ກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດແລະ ແຂວງອັດຕະປື ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະການປະສານງານຮ່ວມເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (JCC CLV DTA) ຄັ້ງທີ 13 ທີ່ແຂວງອັດຕະປື, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີກະຊວງແຜນການ...
ນະຄອນຫລວງວຽງຈັນ, ວັນທີ 10 ເມສາ 2024 ພະນະທ່ານ, ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 78 ປີ ແລະ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາຣັບ ຊີຣີ ຄົບຮອບ 20 ປີ, ໃນນາມລັດຖະບານ...
ກະຊວງອຸດສາຫະກໍາ-ການຄ້າ ຮ່ວມກັບກອງເລຂາອາຊຽນໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ສະຖາບັນ ແລະ ອົງການຈັດຕັ້ງສາກົນ, ໃນວັນທີ 28 ກໍລະກົດ 2015 ນີ້ຢູ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫລວງວຽງຈັນ.
ໃນກອງປະຊຸມແມ່ນຈະໄດ້ກໍານົດແນວຄວາມຄິດໃນການກໍານົດແຜນງານບູລິມະສິດ ຂອງເສົາຄໍ້າເສດຖະກິດໃນໄລຍະການເປັນປະທານອາຊຽນ ໃນປີ 2016 ຂອງ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີວ່າການກະຊວງອຸດສາຫະກໍາ-ການຄ້າ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ ການຈັດຕັ້ງກອງປະຊຸມໃນຄັ້ງນີ້ເປັນການປະຊຸມໃນລະດັບເປີດກ້ວາງ ໂດຍຈະມີຜູ້ຊຽວຊານມາຈາກພາກພື້ນອາຊຽນ ແລະ ຈາກພາຍໃນຂອງ ສປປ ລາວ ຈະໃຫ້ກຽດຂື້ນບັນລະຍາຍໃນຫົວຂໍ້ຕ່າງໆ ເຊັ່ນ: ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015 ແລະ ແຜນວຽກພາຍຫລັງການເຂົ້າເປັນປະຊາຄົມ ເສດຖະກິດອາຊຽນໃນປີ 2016 ພ້ອມນີ້ໄດ້ແລກປ່ຽນບົດຮຽນປະສົບການ ເພື່ອກໍານົດເອົາໜ້າວຽກຫລັກ, ທິດທາງໃນການພັດທະນາ ເສດຖະກິດໃນ ສປປ ລາວ ເພື່ອເປັນເງື່ອນໄຂໃນການສ້າງ ສິ່ງອໍານວຍຄວາມສະດວກທີ່ຕິດພັນກັບ 3 ເຂດບູລິມະສິດເຊັ່ນ: ການພິຈາລະນາເປີດດ່ານຊາຍແດນ ຢູ່ຈຸດສໍາຄັນຂອງ ສປປ ລາວ ຕະຫລອດ 24 ຊົ່ວໂມງ ເພື່ອເປັນການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ລວມທັງການຈັດຕັ້ງປະຕິບັດ ນະໂຍບາຍການເປີດນ່ານຟ້າ, ການເຂົ້າເຖິງແຫລ່ງທຶນ ຂອງພາກທຸລະກິດໃຫ້ມີຄວາມສະດວກວ່ອງໄວຂຶ້ນ, ປັບປຸງການຊໍາລະສະສາງ ດ້ານການເງິນ, ຄວາມເປັນໄປໄດ້ ໃນການຍົກເວັ້ນວີຊາໃຫ້ແກ່ນັກທ່ອງທ່ຽວທົ່ວໄປໂດຍບໍ່ຈໍາກັດ ແຕ່ພາຍໃນອາຊຽນ, ການສົ່ງເສີມການທ່ອງທ່ຽວຕາມຊາຍແດນ, ຫລື ວັດທະນະທໍາ ຊົນເຜົ່າ ແລະ ອື່ນໆ.